ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າ ຄະນະປະຈຳສູນກາງແນວລາວສ້າງຊາດ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຂົງເຂດວຽກງານແນວໂຮມຕໍ່ກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ວ່າ: ພາຍຫຼັງທີ່ກົມການເມືອງສູນກາງພັກອອກຄຳສັ່ງວ່າດ້ວຍ ການເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021, ມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025) ເລກທີ 20/ ສພຊ, ລົງວັນທີ 26 ມີນາ 2021ຄະນະປະຈຳສູນກາງແນວລາວສ້າງຊາດ ໄດ້ຜັນຂະຫຍາຍບັນດາມະຕິຂອງພັກ, ມະຕິຂອງສະພາແຫ່ງຊາດ, ຄຳສັ່ງຂອງລັດຖະບານອອກມາແນະນຳການປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດແນວລາວສ້າງຊາດ , ເລກທີ 009/ຄປຈ, ລົງວັນທີ 01 ເມສາ 2022 ແລະ ໄດ້ນຳສົ່ງຄຳແນະນຳດັ່ງກ່າວເຖິງ ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ບັນດາແຂວງໃນທົ່ວປະເທດ ໃນການຈັດຕັ້ງຜັນຂະຫຍາຍຢ່າງແຂງແຮງ, ສອດຄ່ອງ, ແທດເຖິງສະ ພາບຕົວຈິງຢູ່ທ້ອງຖິ່ນຮາກຖານຢ່າງກວ້າງຂວາງ, ເລິກເຊິ່ງເຖິງຖອງ, ມີປະສິດທິພາບ ແລະ ປະສິດທິຜົນດີ; ພ້ອມນີ້, ແນວລາວສ້າງຊາດແຕ່ລະຂັ້ນ ຈະໄດ້ສືບຕໍ່ເປັນເຈົ້າການໃນການໂຄສະນາປຸກລະດົມ ໃນທົ່ວປວງຊົນເຂົ້າຮ່ວມປະຕິບັດຄຳແນະນຳ ເລກທີ 009/ຄປຈ, ໃຫ້ໄດ້ຮັບຜົນດີເປັນຕົ້ນແມ່ນ ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າຊັ້ນຄົນ: ຊົນເຜົ່າ, ສາສະໜາ ແລະ ເພດໄວ ໂດຍການຈັດຕັ້ງເຜີຍແຜ່ເຊື່ອມຊືມບັນດານິຕິກຳຕ່າງໆຂອງພັກ-ລັດ ທີ່ກ່ຽວຂ້ອງ ແກ້ໄຂຢາເສບຕິດໃຫ້ທົ່ວເຖິງເລິກເຊິ່ງກວ່າເກົ່າ.



