ຮອງປະທານສູນກາງແນວລາວສ້າງຊາດ, ປະກອບຄໍາເຫັນ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ 5 ປີ ແລະ ວຽກງານປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX

     ວັນທີ 19 ພະຈິກ 2025 ເປັນມື້ທີ 8 ຂອງການດໍາເນີນກອງປະຊຸມສະໄໜສາມັນເທື່ອນທີ 10 ຂອງສະພາແຫ່ງຊາດຊຸດທີ່ IX ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສູນກາງແນວລາວສ້າງຊາດ, ຕໍ່ກັບບົດລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ 5 ປີ ແລະ ວຽກງານປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX. ທ່ານ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຈັດຕັ້ງປະຕິບັດພາລະບົດບາດ ສິິດ ໜ້າທີ່ຂອງຕົນເອງຢ່າງຫ້າວຫັນຈຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ແຕ່ຜ່ານການປະຕິບັດບົດບາດຕິດຕາມກວດກາໃນໄລຍະຜ່ານມາຍັງພົບເຫັນ ແລະ ສັງລວມໄດ້ບາງບັນຫາຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ເຊັ່ນ ການຮັບຮອງນິຕິກໍາຂໍໃຫ້ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ ເລິກເຊິ່ງ ແລະ ຊັດເຈນຕື່ມ ກ່ອນທີ່ຈະຮັບຮອງ (ຕົວຢ່າງ ການປັບປຸງລາຄາກະແສໄຟຟ້າ, ໂຄງການທາງລົດດ່ວນ (BRT)) ພາຍຫຼັງມີການຮັບຮອງໄປແລ້ວແຕ່ໃນຕົວຈິງບໍ່ສອດຄ່ອງກັບຄວາມເປັນຈິງນີ້ມັນສ່ອງແສງໃຫ້ເຫັນເຖິງຄວາມບໍ່ລະອຽດຊັດເຈນໃນການຄົ້ນຄວ້າ ຕິດຕາມ-ກວດກາ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍກໍຄືນິຕິກໍາລຸ່ມກົດໝາຍບາງຈຸດຍັງບໍ່ທັນແຂງແຮງເປັນຕົ້ນ ບັນຫາບໍ່ແຮ່ ບັນຫາພື້ນຖານໂຄງລ່າງ ບັນຫາຢາເສບຕິດ ການຂາດແຄນແຮງງານ ການຕົວະຍົວະລອກຫຼວງຜ່ານສື່ອອນໄລ ແລະ ອື່ນໆ ສະນັ້ນ ຕ້ອງມີການຕິດຕາມກວດກາ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງເຂັ້ມງວດທາງດ້ານການບັງຄັບໃຊ້ ແລະ ປະຕິບັດກົດໝາຍ.
     ສຳລັບແຜນການ 5 ປີ (2026-2030) ແລະ ແຜນປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X ພື້ນຖານແມ່ນເຫັນດີຕາມບົດລາຍງານແຕ່ສະເໜີເອົາໃຈໃສ່ບາງຈຸດຄື ທິດທາງລວມໃຫ້ເພີ່ມທະວີວຽກງານລົງຮາກຖານໂດຍສະເພາະແມ່ນສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ຕິດຕາມ ກວດກາ ຊຸກຍູ້ ການແກ້ໄຂຄໍາຮ້ອງ ຄໍາສະເໜີຂອງປະຊາຊົນ ພ້ອມທັງລາຍງານຜົນການແກ້ໄຂ ຕິດຕາມ-ກວດກາ ຊຸກຍູ້ການສ້າງ ແລະ ການປັບປຸງກົດໝາຍໃຫ້ຖືກຕ້ອງຕາມບາດກ້າວ ຂັ້ນຕອນທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ສອດຄ່ອງກັບສະພາບຕົວຈິງ ການຕົກລົງບັນຫາສໍາຄັນຂອງຊາດຕິດຕາມ-ກວດກາ ຊຸກຍູ້ໂຄງການລະດັບຊາດເຊັ່ນ ໂຄງການທາງດ່ວນວັງວຽງ-ບໍ່ເຕັ່ນ ໂຄງການທາງດ່ວນວຽງຈັນ-ຮ່າໂນຍ ໂຄງການກໍ່ສ້າງທາງລົດໄຟວຽງຈັນ-ຄໍາມ່ວນ-ທ່າເຮືອບຸ່ງອ່າງ ສ ສ ຫວຽດນາມ ແລະ ໂຄງການອື່ນໆ ຊຸກຍູ້ການຜະລິດກະສິກໍາຕາມແລວທາງລົດໄຟ ແລວທາງດ່ວນເພື່ອຜະລິດສິນຄ້າສົ່ງອອກ ແລະ ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13.
     ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດໃຫ້ເອົາໃຈໃສ່ດ້ານຄຸນນະພາບຂອງບຸກຄະລາກອນທີ່ຈະລົງສະມັກເລືອກຕັ້ງສະມາຊິກສະພາຈະແມ່ນສະພາແຫ່ງຊາດ ຫຼື ສະພາປະຊາຊົນແຂວງ ການເຄື່ອນໄຫວຕ່າງປະເທດຄວນກໍານົດໃຫ້ແຈ້ງຕື່ມການຮ່ວມມືກັບລັດຖະສະພາຂອງບັນດາປະເທດເພື່ອນມິດຍຸດທະສາດ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເພື່ອໃຫ້ສອດຄ່ອງກັບນະໂຍບາຍເຊື່ອມໂຍງ ເຊື່ອມຈອດທີ່ພັກໄດ້ກໍານົດການສ່ອງແສງສຽງສະທ້ອນຈາກສັງຄົມໃນໄລຍະ 5 ປີຜ່ານມາໄດ້ຮັບຄໍາຮ້ອງ ຄໍາສະເໜີສ່ອງແສງຈາກສັງຄົມຫຼາຍຮ້ອຍສະບັບ ໃນນີ້ຂົງເຂດ ປກຊ-ປກສ ການບັງຄັບໃຊ້ກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນການລະເມີດກົດໝາຍຂອງຜູ້ປະກອບການ ຂົງເຂດເສດຖະກິດ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ພະນັກງານ, ທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ບັນຫາທີ່ດິນ ບັນຫາ ຜົນກະທົບຈາກການຂຸດຄົ້ນບໍ່ແຮ່ ເປັນຕົ້ນແມ່ນສານຜິດຕົກຄ້າງ ບັນຫາພື້ນຖານໂຄງລ່າງເປັນຕົ້ນ ເສັ້ນທາງຄົມມະນາຄົມ, ດ້ານວັດທະນະທໍາ-ສັງຄົມ, ຈັນຍາບັນ ຈັນຍາທໍາຂອງແພດໝໍ ແລະ ຄູ-ອາຈານ ປະລະການຮຽນ ການຫລັ່ງໄຫຼໄປອອກແຮງງານຢູ່ຕ່າງປະເທດ ບັນຫາຢາເສບຕິດ ຄ່ານິຍົມທີ່ບໍ່ຖືກຕ້ອງ ແລະ ອື່ນໆ ການຄຸ້ມຄອງ ຄົນຕ່າງປະເທດທີ່ມາເຄື່ອນໄຫວດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ຖຶກຕ້ອງ ແລະ ເຂັ້ມງວດຕາມກົດໝາຍ, ປັດຈຸບັນຍັງມີກຸ່ມຄົນຈຳນວນໜຶ່ງລະເມີດກົດໝາຍ (ກຸ່ມແກ້ງສະແກຼມເມີ ການຄ້າມະນຸດ ແລະ ແຕ່ງງານຜິດກົດໝາຍ) ການຄຸ້ມຄອງ ການກວດກາ ການບໍລິການພາຍໃນໃຫ້ເຂັ້ມງວດ ແລະ ເຂົ້າສູ່ລະບຽບກົດໝາຍເປັນຕົ້ນ ທຸລະກິດບັນເທິງ ສະຖານທີ່ທ່ອງທ່ຽວ ແລະ ການບໍລິການການທ່ອງທ່ຽວຕ່າງໆ.
ບກ: ພ. ບຸບຜາພອນ
ພາບ-ຂ່າວ: ຫຼ້າ