ທ່ານ ນາງ ໄຊທິດາ ພົມວິຫານ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນວິລະຊົນ ສ. ກູບາ ທີ່ສະຖານທູດ ສ. ກູບາ ປະຈຳ ສປປ ລາວ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ແອນນາ ເອສເທີ ວຽນຕ໌ ວາລເດສ ເອກອັກຄະລັດຖະທູດ ສ. ກູບາ ປະຈຳ ສປປ ລາວ ພ້ອມຄະນະ ໃຫ້ການຕ້ອນຮັບ ໃນວັນທີ 19 ພຶດສະພາ 2026.
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ສ. ກູບາ ໄດ້ກ່າວເຖິງການພັດທະນາ ແລະ ຜົນສຳເລັດຂອງການປະຕິວັດກູບາ ພາຍໃຕ້ການນຳພາຂອງພັກກອມມູນິດກູບາ ທີ່ມີ ທ່ານ ມາກຕີ ແລະ ທ່ານ ນາຍພົນ ຟີແດນ ຄາສໂຕ ເປັນແບບຢ່າງ ທີ່ສາມາດນຳພາປະຊາຊົນ ປົກປັກຮັກສາ ແລະ ພັດທະນາປະເທດ ຄວບຄູ່ກັບການປະກອບສ່ວນຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ. ພ້ອມນັ້ນ ຍັງເປັນການຢືນຢັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນລາວ-ກູບາ ທີ່ມີມາຢ່າງຍາວນານ ບົນພື້ນຖານແຫ່ງຄວາມເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າ ຈະເປັນຍາມປະເທດຊາດພົບຄວາມຫຍຸ້ງຍາກ ຫຼື ມີຄວາມສະຫງົບສຸກ.
ບກ: ອຸດອນ
ຂ່າວ+ພາບ: ລີ



