ຮອງປະທານ ຜູ້ປະຈໍາການ ສນຊ ຕິດຕາມຊຸກຍູ້ວຽກງານກອງທຶນສາມັກພັດທະນາຢູ ແຂວງຄໍາມ່ວນ

 

 

ທ່ານ ຄຳໄຫຼ ສີປະເສີດກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໄດ້ພົບປະ ທ່ານ ວັນໄຊ ພອງສະຫວັນ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຄໍາມ່ວນ ທີ່ຫ້ອງວ່າການແຂວງຄໍາມ່ວນ; ວັນທີ 15 ຕຸລາ 2024.

ໃນນີ້, ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ແຈ້ງຈຸດປະສົງການລົງເຄື່ອນໃຫວ່ເຮັດວຽກໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ທ່ານເຈົ້າແຂວງກໍຄືການນຳ ຂອງແຂວງ ທີ່ໃຫ້ການຕ້ອນຮັບຄະນະ,ພ້ອມທັງໄດ້ມີຄຳເຫັນແລກປ່ຽນວຽກງານແນວລາວສ້າງຊາດ ໃນການສ້າງກອງທຶນສາມັກຄີພັດທະນາແນວລາວສ້າງຊາດ ແລະ ໃຫ້ທ່ານເຈົ້າແຂວງຊ່ວຍຊີ້ນຳວຽກງານແນວລາວສ້າງຊາດ ຂອງແຂວງໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ; ທ່ານເຈົ້າແຂວງໄດ້ຕີລາຄາສູງຕໍ່ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີ່ລົງມາເຮັດວຽກຢູ່ແຂວງຄໍາມ່ວນ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ ໃຫ້ຄະນະຮັບຊາບ .

ໃນວັນດຽວກັນ ທ່ານຮອງປະທານຜູ້ປະຈໍາສູນກາງແນວລາວສ້າງຊາດ ໄດ້ເຄື່ອນໄຫວເຮັດວຽກກັບແນວລາວສ້າງຊາດແຂວງຄຳມ່ວນ ໂດຍການຕ້ອນຮັບຂອງທ່ານ ພິດສະໄໝ ກອງຊາເດດ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງຄຳມ່ວນ  ພ້ອມທັງຮັບຟັງການລາຍງານຈາກຄະນະຮັບຜິດຊອບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງທຶນ ໃນໄລຍະຜ່ານມາ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແລະ ບ້ານໜອງຜໍາ ເມືອງໜອງບົກ: ກອງທຶນສາມັກຄີແນວລາວສ້າງຊາດ ຢູ່ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 11 ສິງຫາ 2021 ໃນວົງເງິນ 5 ຕື້ກີບ ເປັນແຜນງານໜຶ່ງ ທີ່ຕິດພັນກັບຂະບວນການສ້າງບ້ານ ສາມັກຄີປອງດອງ ແລະ ຕິດພັນກັບວຽກງານ 3 ສ້າງ ແນໃສ່ເຮັດໃຫ້ປະຊາຊົນໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ມີດອກເບ້ຍຕໍ່າ, ເຊິ່ງດອກເບ້ຍລະຫວ່າງ ກອງທຶນ ກັບ ທະນາຄານ ແມ່ນ 0,882ຕໍ່ເດືອນ ຫລື 10,56 ຕໍ່ປີ ສ່ວນປະຊາຊົນ ທີ່ຈະມາກູ້ຢືມຈາກກອງທຶນ ແມ່ນ 1 ຕໍ່ເດືອນ ຫຼື 12 ຕໍ່ປີ ເພື່ອຊອກກຳໄລສ່ວນຕ່າງມາບໍລິຫານກອງທຶນ ໃຫ້ມີຄວາມຍືນຍົງ. ສໍາລັບຢູ່ບ້ານໜອງຜໍາ ເມືອງໜອງບົກ ໄດ້ສ້າງຕັ້ງຂຶ້ນປີ 2020 ເປັນຕົ້ນມາ ໂດຍໄດ້ເຄື່ອນໄຫວ ຕາມພາລະບົດບາດ ເປັນອົງການສະຖາບັນການເງິນຂັ້ນບ້ານ ເຮັດໜ້າທີ່ໃນການສະໜອງກອງທຶນສິນເຊື່ອ ສະໜອງ ປຸ໋ຍໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເພື່ອຊຸກຍູ້ ສົ່ງເສີມການຜະລິດຂອງປະຊາຊົນ. ນັບແຕ່ປີ 2020 ເຖິງປັດຈຸບັນ ກອງທຶນໄດ້ຮັບອະນຸມັດ ແຫຼ່ງທຶນຈາກທະນາຄານພົງສະຫວັນທັງໝົດ ຈຳນວນ 5 ຕື້ກີບ ໄດ້ນຳໃຊ້ໄປແລ້ວ ຈໍານວນ 3 ຕື້ກີບ ແລະ ຍອດຍັງເຫຼືອທີ່ສາມາດຖອນໄດ້ ຈຳນວນ 3.1 ຕື້ກີບ.

ທ່ານຮອງປະທານ ຜູ້ປະຈໍາການ ສນຊ ໄດ້ມີຄຳເຫັນຕື່ມວ່າ: ໃຫ້ແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ເພີມທະວີການຊີ້ນຳວຽກງານກອງທຶນ, ຈັດຕັ້ງຜັນຂະຫຍາຍບັນດາເອກະສານກທີ່ກ່ຽວຂ້ອງກັບວຽກງານກອງທຶນຂອງແນວລາວສ້າງຊາດ ແລະ ເຜີຍແຜ່ໃຫ້ປະຊາຊົນມີຄວາມເຂົ້າໃຈ; ສືບຕໍ່ຍົກລະດັບວຽກງານວິຊາການໃຫ້ພະນັກງານທີ່ຮັບຜິດຊອບວຽກງານກອງທຶນ ໃຫ້ມີຄວາມເຂັ້ມແຂງ ແລະ ສືບຕໍ່ລົງຊຸກຍູ້, ຕິດຕາມກວດກາຢ່າງໃກ້ສິດຕິດແທດ ໂດຍຊອກໃຫ້ເຫັນຈຸດດີເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຊອກໃຫ້ໄດ້ຂໍ້ຄົງຄ້າງເພື່ອສາມາດແກ້ໄຂໄດ້ທັນການ, ໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານວຽກງານວິຊາການ ແລະ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ກອງທຶນ ເພື່ອສາມາດສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະ ໃຫ້ກອງທຶນມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.