ຮອງປະທານ ສນຊ ຊຸກຍູ້ວຽກງານຊາວໜຸ່ມ

ສະຫາຍ ນາງ ສີພະຈັນ ນັນທະວົງສາ ກຳມະການປະຈຳພັກ ປະທານກວດກາພັກ-ລັດ, ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໄດ້ລົງຊຸກຍູ້ການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານຊາວໜຸ່ມສູນກາງແນວລາວສ້າງຊາດ, ມີສະຫາຍ ແພງສີ ທໍ່ ເລຂາຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ແລະ ບັນດາສະຫາຍຫົວໜ້າໜ່ວຍຊາວໜຸ່ມຂອງບັນດາກົມ ອ້ອມຂ້າງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 21 ຕຸລາ 2025 ນີ້ ທີ່ສຳນັກງານສູນກາງແນວລາວສ້າງຊາດ.

ສະຫາຍ ແພງສີ ທໍ່ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນເຊັ່ນ: ການຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ເຊິ່ງໄດ້ເຮັດໃຫ້ຄະນະບໍລິການງານໄດ້ຮັບນຳມະຍົດຊາວໜຸ່ມ 4 ບຸກ ຫຼາຍປີຕິດຕໍ່ກັນ, ໄດ້ຊຸກຍູ້ສະມາຊິກຊາວໜຸ່ມຫຼາຍສະຫາຍໄປຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆ, ເຂົ້າຮ່ວມເຊຶ່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງ ຂອງພັກ-ລັດ, ເອົາໃຈໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ກຸ້ມຕົນເອງ, ໄດ້ເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ ແລະ ສ້າງກາງແນວລາວສ້າງຊາດ ຈັດຂຶ້ນເພື່ອນ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຢ່າງແຂງແຮງ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ-ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນ ນໍາກັນຢ່າງກົງໄປກົງມາຕື່ມອີກ.

ສະຫາຍ ນາງ ສີພະຈັນ ນັນທະວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະບໍລິຫານງານຊາວໜຸ່ມສູນກາງແນວລາວສ້ງຊາດ ຍາດມາໄດ້ໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຄະນະບໍລິຫານງານຊາວໜຸ່ມ ຈົ່ງສືບຕໍ່ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເລິກເຊິ່ງ, ປັບປຸງແບບແຜນ ແລະ ວິທີການເຮັດວຽກ ໃຫ້ມີລັກສະນະວິທະຍາສາດ ແລະ ທັນສະໄໝ; ສຶບຕໍ່ຍົກລະດັບຄວາມຮູ້ຄວາມສາມາດໃນທຸກດ້ານ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະ ເປັນເສນາທິການໃຫ້ຄະນະພັກ-ຄະນະປະຈຳສູນກາງແນວລາວສ້າງຊາດ ຢູ່ຕະຫຼອດເວລາ; ເປັນເຈົ້າການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງເພື່ອແກ້ໄຂຄວາມຍຸ້ງຍາກ ຂອງຄອບຄົວສະມາຊິກຊາວໜຸ່ມ; ໃຫ້ມີການປະຊຸມປະຈຳເດືອນເປັນປົກກະຕິ ເພື່ອແລກປ່ຽນ, ຕຳນິຕິຊົມກໍ່ສ້າງກັນ ແລະ ໃຫ້ສຶບຕໍ່ຮັກສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຂ່າວ+ພາບ: ເຢ

ບກ: ອຸດອນ