ໃນວັນທີ 15 ຕຸລາ 2024 ນີ້, ທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ຮສ.ດຣ ພອນໄຊ ຈຸລາເມດ ຄະນະບໍດີ ມະຫາວິທະຍາໄລບູລະພາ ແຫ່ງ ຣາຊະອານະຈັກໄທ ພ້ອມດ້ອຍຄະນະ ທີ່ສູນກາງແນວລາວສ້າງຊາດ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້, ເພື່ອເປັນການປຶກສາຫາລືກ່ຽວກັບໂຄງການຮ່ວມມືທາງດ້ານຈິດຕະສາດ, ການບໍາບັດ ສໍາລັບຜູ້ທີ່ຕິດສິ່ງເສບຕິດ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການເຊັນບົດບັນທຶກການຮ່ວມມື MOU ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນ.



