ຮອງປະທານ ສນຊ ຕ້ອນຮັບຄະນະຜູ້ແທນສະພາທີ່ປຶກສາການເມືອງນະຄອນພູເອີ ສປ ຈີນ

ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບ ທ່ານ ຈຸ ກວາງ ຢົງ ຄະນະປະຈຳສະພາທີ່ປຶກສາການເມືອງນະຄອນພູເອີ, ຮອງປະທານສະຫະພັນອຸດສາຫະກຳ ແລະ ການຄ້ານະຄອນພູເອີ, ປະທານບໍລິສັດຢາຕາຖັງຮັນຟັງ ຈຳກັດ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 31 ຕຸລາ 2024 ນີ້ ທີ່ສູນກາງແນວລາວສ້າງຊາດ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະທີ່ປຶກສາການເມືອງນະຄອນພູເອີ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບຂອງສອງປະເທດ ລາວ-ຈີນ, ຈີນ-ລາວ. ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກໃຫ້ເຫັນພາລະບົດບາດ, ສິດ, ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ຄະນະໄດ້ຮັບຊາບ ຕື່ມອີກ.

ທ່ານ ຈຸ ກວາງ ຢົງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ດຣ ຈັນເພັງ ສຸດທິວົງ ທີ່ໄດ້ໃຫ້ການຕ້ອນຮັບຄະນະ  ພ້ອມທັງລາຍງານຕື່ມວ່າການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳ ລະຫວ່າງ ຄະນະກຳມະການສະພາທີ່ປຶກສາການເມືອງນະຄອນພູເອີ ກັບຄະນະກຳມະການແນວລາວສ້າງຊາດແຂວງຫຼວງພະບາງ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບາງວຽກງານທີ່ຈະໄດ້ຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານການລົງທຶນ, ວຽກງານກະສິກຳ ແລະ ວຽກງານທ່ອງທ່ຽວ.

ຂ່າວ+ພາບ: ຢຢ

ບກ: ອິນທະຫວາ