ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄອບຄົວ, ຍາດພີ່ນ້ອງຕະກຸນແກ້ວບຸນພັນ ໄດ້ນໍາເອົາປັດໄຈ ຈໍານວນ 7 ຮ້ອຍລ້ານກີບ ໄປມອບຖວາຍໃຫ້ວັດສີບຸນເຮືອງໄຊຍະຣາມ ເມືອງ ຊຽງຄໍ້ ແຂວງ ຫົວພັນ ເພື່ອບູລະນະສ້ອມແປງວັດດັ່ງກ່າວທີ່ມີຄວາມເກົ່າແກ່ ແລະເປ່ເພ, ປັດໄຈດັ່ງກ່າວແມ່ນໄດ້ມາຈາກການຕັ້ງກອງບຸນຜ້າປ່າມະຫາສາມັກຄີໃນຫົວຂໍ້: ຮັກບ້ານເກີດ ເຊິງເປັນກິດຈະກໍາໜຶ່ງໃນການຜັນຂະຫຍາຍແນວທາງ ແລະ ຂໍ້ແຂ່ງຂັນຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການສູນກາງແນວລາວສ້າງຊາດ ໃນ 4 ເສີມສ້າງ(ສ້າງຄວາມສາມັກຄີ, ສ້າງຄຸນງາມຄວາມດີ, ສ້າງໃຫ້ມີຄຸນວຸດທິ ແລະ ສ້າງຄຸນນະທໍາ) ຕໍ່ບ້ານເກີດເມືອງນອນຂອງຕົນ ຫລື ປະເທດຊາດຂອງຕົນ ເຊິ່ງຕາງໜ້າຝ່າຍພຣະສົງ ກ່າວຮັບໂດຍ ພຣະອາຈານ ແສງອາລຸນ ສຸວັນໂນ ເລຂາຄະນະສົງລາວ-ຝຼັ່ງ ທະວີບເອີຣົບ ພ້ອມດ້ວຍຄະນະສົງພາຍໃນວັດດັ່ງກ່າວ ແລະ ເປັນກຽດເຂົ້າຮ່ວມພິທີຖວາຍປັດໄຈດັ່ງກ່າວ ມີທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເຈົ້າແຂວງຫົວພັນ, ທ່ານ ວີີີເຕັງ ຈືື່ໄມເຕັງ ຮັກສາການປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນໍາແຂວງ, ເມືອງ ແລະ ລູກ-ຫຼານ ແກ້ວບຸນພັນເຂົ້າຮ່ວມ ໃນວັນທີ 26 ທັນວາ 2024;
ບຸນຜ້າປ່າສາມັກຄີດັ່ງກ່າວໄດ້ຈັດຂຶ້ນຢູ່ວັດສີບຸນເຮືອງໄຊຍະຣາມ ເມືອງ ຊຽງຄໍ້ ພາຍໃນງານບຸນມີການຄົບງັນຕາມຮີດຄອງປະເພນີ, ຟັງທໍາມະເທດສະໜາ,ຊົມການສະແດງສິລະປະວັດທະນະທໍານ້ອງນັກຮຽນ, ໃສ່ບາດ-ຢາດນໍ້າ ແລະ ແຫ່ກອງບຸນແຕ່ຈຸດຫຼັກເມືອງໄປຫາວັດ ດ້ວຍຂະບວນແຫ່ຂອງພຣະສົງຈາກພາຍໃນ ແລະຕ່າງປະເທດ ພ້ອມດ້ວຍອອກຕົນຍາດຍົມຈາກແຂວງ, ເມືອງອ້ອມຂ້າງ ເຂົ້າຮ່ວມເປັນຂະບວນຄັບຄາໜາແໜ້ນ ແລະ ຟົດຟື້ນ.
ຂ່າວ-ຮູບ: ລິຂິດ
ບ.ກ: ພ ບຸບຜາ



