ໃນວັນທີ 20 ເມສາ 2025 ນີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ເຊິ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ) ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ. ໃນໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ມອບ ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໃນຄົວເຮືອນເປັນຕົ້ນ: ໝໍ້,ຖ້ວຍ,ບ່ວງ,ຈອກ ແລະ ເຄື່ອງອາບນໍ້າຈໍານວນໜຶ່ງ, ໃຫ້ເຜົ່າຕອງເຫຼືອງໂດຍມີ ນາງ ລີ ແລະ ທ່ານ ບຸນນໍາ ນໍາພາເຂົາເຈົ້າຮັບເອົາເຄື່ອງ ຊ່ວຍເຫລືອ ດັ່ງກ່າວ.

ເຜົ່າກຣີ ແມ່ນເຜົ່າໜຶ່ງທີ່ດໍາລົງຊີວິດ ຢູ່ໃນເມືອງພຽງ ມາເປັນເວລາຫລາຍປີ ໂດຍສະເພາະ ອາໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນສ່ວນໃຫຍ່, ປົກກະຕິແລ້ວພວກເຂົາຈະບໍ່ອາໄສ ຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ ຈະມີການເຄື່ອນຍ້າຍໄປຕາມປ່າຕາມດົງ ບ່ອນທີ່ອຸດົມສົມບູນ ແລະ ຢູ່ແບບກະແຈກກະຈາຍ ບ່ອນລະຄອບຄົວ ສອງຄອບຄົວ, ການອົບພະຍົບເຄື່ອນຍ້າຍ ມີລັກສະນະໝູນວຽນຄືນມາບ່ອນເກົ່າ; ດ້ວຍເຫດນີ້ ພວກເຂົາຈຶ່ງສາມາດ ຮູ້ແຫລ່ງທີ່ມາຂອງອາຫານ ການກິນ ແລະ ຂອບເຂດການລ່າສັດປ່າ ໄດ້ເປັນຢ່າງດີ. ການປຸກສ້າງ ແລະ ບ່ອນຢູ່ອາໄສຈະບໍ່ຖາວອນ ພຽງແຕ່ເອົາໄມ້ເຮ້ຍມາເກາະກ່າຍກັນ ແລະ ຫາຕອງກ້ວຍ, ໃບບຸ່ນ, ໃບຄໍ້ມາມຸງເທົ່ານັ້ນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫຼືອງ ເຂົາເຈົ້າກໍຈະຍ້າຍ ໄປຫາກິນບ່ອນໃໝ່. ເຜົ່າຕອງເຫຼືອງ ຈະບໍ່ມີການທໍາການຜະລິດເປັນຕົນເປັນໂຕ ສ່ວນຫລາຍອາໄສຫາກິນຕາມທໍາມະຊາດ, ບໍ່ກິນເຂົ້າປາອາຫານເປັນຕົ້ນຕໍ. ການດໍາລົງຊີວິດແຕ່ລະວັນ ຈະອອກຈາກບ່ອນຢູ່ ເພື່ອໄປຊອກອາຫານເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນ, ບາງຄັ້ງໂຊກດີຫາມາໄດ້ຫລາຍ ກໍນໍາເອົາມາແລກເຄື່ອງມືຫາກິນ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ.

ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາ ແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງ ປຸກສ້າງເຮືອນໄມ້ 2 ຊັ້ນ ຈໍານວນ 5 ຫຼັງໃຫ້ແກ່ຊົນເຜົ່າກຣີໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກີນຕາມທໍາມະຊາດ ກີນເຜືອກ, ກີນມັນ ມາກີນເຂົ້າເປັນຫລັກ, ທ່ານ ນາງ ລີ ແມ່ນເຜົ່າຕອງເຫຼືອງທີ່ສາມາດສື່ສານພາສາລາວຢ່າງຄ່ອງແຄ້ວ ລາວໄດ້ໃຫ້ຮູ້ວ່າ: ຕອນທີ່ຍັງບໍ່ທັນລົງມາຢູ່ເປັນບ້ານແມ່ນອາໄສຫາກີນຕາມທໍາມະຊາດເຊັນໄປຂຸດມັນ, ເຜືອກ, ຍອດຫວາຍຕ່າງໆ ຢູ່ປ່າ ແມ່ນມີຄວາມຫຍຸ້ງຍາກຫຼາຍ, ຖ້າທຽບໃສ່ປັດຈຸບັນ ມີເຮືອນຢູ່ມີເຂົ້າກີນ, ມີອາຫານແຊບ, ມີເຄື່ອງນຸ່ງຫົ່ມ, ມີຢາປົວພະຍາດ ໂດຍເຫັນວ່າມີຄວາມສະດວກຫຼາຍ ແລະ ທ່ານຍັງໄດ້ໃຫ້ຮູ້ວ່າ ບໍ່ຢາກກັບໄປຢູ່ແບບເກົ່າແລ້ວ. ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງນອນຢູ່ໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງ ໄຊຍະບູລີ ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.
ບກ: ພ ບຸບຜາ+ອຸດອນ
ຂ່າວ-ຮູບ: ລີ



