ຮອງປະທານ ສນຊ ລົງຊຸກຍູ້ວຽກງານກອງທຶນ ຂອງແນວລາວສ້າງຊາດ ຢູ່ເມືອງຂວາ

     ເພື່ອຈັດຕັ້ງຜັນຂະຫຍາຍ ບົດບັນທຶກຊ່ວຍຈຳການຮ່ວມມືດຳເນີນໂຄງການ ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງຄອບຄົບ ແລະ ບ້ານສາມັກຄີປອງ ລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ແລະ ປຸກລະດົມທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ສອງໜ້າທ້າຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນວັນທີ 28 ກຸມພາ 2026 ນີ້, ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກອງທຶນຂອງແນວລາວສ້າງຊາດ ຢູ່ເມືອງຂວາ ແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັດເມືອງຂວາ, ມີຄະນະກຳມະການປົກຄອງເມືອງ, ຄະນະກຳມະການແນວລາວສ້າງຊາດເມືອງ, ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍບັນດາທ່ານຕາງໜ້າອົງການປົກຄອງບ້ານ ອ້ອມຂ້າງເມືອງຂວາ ເຂົ້າຮ່ວມ.
      ພ້ອມກັນນັ້ນ, ທ່ານ ຄຳຜອຍ ວັນນະສານ ພ້ອມດ້ວຍຄະນະ ໄດ້ໄປພົບປະຢ້ຽມຢາມປະຊາຊົນບ້ານຫ້ວຍຍາງ ຕື່ມອີກ.