ຮອງປະທານ ສນຊ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງບຸນກິນຈຽງ ຢູ່ບັນດາແຂວງພາກເໜືອ

     ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງບຸນກິນຈຽງ ຂອງຊົນເຜົ່າມົ້ງ ຢູ່ບ້ານຫາດຍາວ ເມືອງນ້ຳທາ ແຂວງຫລວງນ້ຳທາ ແລະ ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງຫລວງພະບາງ ເປັນກຽດເຂົ້າຮ່ວມມີທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາ-ອົບຮົມສູນກາງພັກ, ພ້ອມດ້ວຍຄະນະນຳຂອງສອງແຂວງ, ຂອງເມືອງນ້ຳທາ ແລະ ເມືອງນ້ຳບາກ, ຄະນະອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຂອງທັງສອງບ້ານດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເບີກບານມ່ວນຊື່ນ, ໃນລະຫວ່າງວັນທີ 1-3 ມັງກອນ ປີ 2025;
     ໃນພິທີໄດ້ຮັບຟັງການລາຍງານກ່ຽວກັບປະຫວັດຄວາມເປັນມາ ຂອງງານສະເຫລີມສະຫອງປີກິນຈຽງຂອງຊົນເຜົ່າມົ້ງ ແລະ ລາຍງານກ່ຽວກັບການກະກຽມງານບຸນ ດັ່ງກ່າວວ່າ: ບຸນກິນຈຽງປີນີ້ ໄດ້ມີຈັດຫລາຍກິດຈະກຳ ທີ່ເປັນເອກະລັກຂອງຊົນເຜົ່າມົ້ງ ແລະ ກິດຈະກຳທົ່ວໄປ ເປັນຕົ້ນແມ່ນ ການປະກວດນາງສາວງາມ, ເປົ່າແຄນມົ້ງ, ງົວຊົນງົວ, ສະແດງບົດຟ້ອນ, ໂຍນໝາກຄອນ ແລະ ອື່ນໆ ຫລາກຫລາຍກິດຈະກຳ; ພ້ອມກັນນີ້, ຍັງໄດ້ລາຍງານກ່ຽວກັບປະຫວັດຫຍໍ້ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງບ້ານ ເຊິ່ງໄດ້ໃຫ້ຮູ້ວ່າ: ບ້ານຫາດຍາວ ແລະ ບ້ານນ້ຳຖ້ວມ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ເວົ້າລວມ ເວົ້າສະເພາະແມ່ນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງແຂວງ ແລະ ເມືອງ ແຕ່ລະສະໄໝ ເຂົ້າສູ່ວຽກງານຕົວຈິງ ແລະ ການລົງໃກ້ສິດຕິດແທດຈາກພາກສ່ວນຕ່າງໆ ຂອງເມືອງ ໂດຍໄດ້ນໍາພາປະ ຊາຊົນທຳການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະແມ່ນ ການປູກໄມ້ອຸດສາຫະກໍາຢາງພາລາ ເຮັດໃຫ້ມາຮອດປະຈຸບັນປະຊາຊົນສ່ວນຫລາຍ ຂອງທັງສອງບ້ານ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຢາງພາລາໄດ້ກາຍເປັນລາຍໄດ້ຫລັກຂອງແຕ່ລະຄອບຄົວ; ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະທິດທາງແຜນການທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດໃນຕໍ່ໜ້າ ຕື່ມອີກ;
     ທ່ານຮອງປະທານ ສນຊ ໄດ້ຕາງໜ້າຄະນະພັກ, ຄະນະປະຈຳ ສນຊ ອວຍພອນປີ ໃໝ່ 2025 ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ພາຍໃນສອງບ້ານດັ່ງກ່າວ ທີ່ໄດ້ມີຄວາມສາມັກຄີກັນຈັດຕັ້ງພິທີສະເຫລີມສະຫລອງບຸນປີໃໝ່ນີ້ຂຶ້ນ ເຊິ່ງໃຫ້ຖືວ່າງານບຸນໃນຄັ້ນນີ້ ແມ່ນງານບຸນແຫ່ງຄວາມສາມັກຄີ, ແຫ່ງຄວາມຄິດຮອດຄິດເຖິງ ແລະ ແຫ່ງຄວາມເບີກບານມ່ວນຊື່ນ ຂອງປະຊາຊົນຊາວເມືອງນ້ຳທາ ແລະ ປະຊາຊົນຊາວເມືອງນ້ຳບາກ ແລະ ທ່ານຍັງໄດ້ຮຽກຮ້ອງຕື່ມວ່າ: ໃຫ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງແຕ່ລະຊົນເຜົ່າ, ອັນໃດດີໃຫ້ຊຸກຍູ້ສົ່ງເສີມ ອັນໃດເປັນອັນຫຍໍ້ທໍ້ແມ່ນໃຫ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນບ້ານໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ, ສືບຕໍ່ຊຸກຍູ້ສົ່ງ ເສີມໃຫ້ເດັກນ້ອຍໄປໂຮງຮຽນຕາມເກນອາຍຸ ເພາະຄວາມຮູ້ແມ່ນກະແຈໄຂທຸກຄວາມສຳເລັດ ແລະ ສືບຕໍ່ສົ່ງເສີມດ້ານການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ພັດທະນາເສດຖະກິດຄອບຄົວ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ; ຍົກສູງສະຕິລະວັງຕົວຕໍ່ກຸ່ມຄົນບໍ່ວັງດີທີ່ສວຍໃຊ້ວຽກງານສາສະໜາ ແລະ ຊົນເຜົ່າ ເພື່ອແບ່ງແຍກຄວາມສາມັກຄີ, ສືບຕໍ່ຍູ້ແຮງປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດ ຄື ປົກສັກສາ ແລະ ສ້າງສາພັດທະນາ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ຫລຸດນ້ອຍຖອຍລົງ.
ຂ່າວ+ພາບ: ຢຢ
ບກ: ຈິດຕະພົງ