ຮອງປະທານ ສນຊ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ເຜົ່າໄຕດຳ

ສວນບັນດາເຜົ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ ຂອງຊົນເຜົ່າໄຕດຳ ຂຶ້ນໃນວັນທີ 14 ກຸມພາ 2026 ນີ້, ເປັນກຽດເຂົ້າຮ່ວມມີ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ), ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ, ປະທານສວນບັນດາເຜົ່າ; ມີຄະນະນຳຂອງເມືອງນາຊາຍທອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.

ໃນພິທີ, ໄດ້ຈັດຫຼາຍກິດຈະກຳທີ່ສຳຄັນ ເພື່ອເປັນການອະນຸລັກ, ສົ່ງເສີມ ຮີດຄອງປະເພນີອັນດີງາມຂອງເຜົ່າ ທັງເປັນການແລກປ່ຽນວັດທະນະທຳກັບ ສສ ຫວຽດນາມ ແລະ ສປ ຈີນ; ໄດ້ມີການສະແດງສີລະປະວັນນະຄະດີໃນບົດຟ້ອນຕ່າງໆ ຂອງຊົນເຜົ່າໄຕດຳ, ສະແດງການເດີນແບບໃນຊຸດເຄື່ອງນຸ່ງປະຈຳຊາດ ຂອງ ສສ ຫວຽດນາມ, ການເດີນແບບຊຸດເຄື່ອງນຸ່ງປະຈຳຊາດ ຂອງ ສປ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ຊາວຫວຽດນາມ ແລະ ຊາວຈີນ.

ທ່ານ ຮອງປະທານ ສນຊ ກ່າວວ່າ: ສວນບັນດາເຜົ່າເປັນສະຖານທີ່ສຳຄັນ ໃຫ້ແກ່ການທ່ອງທ່ຽວ, ການທັດສະນະສຶກສາຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະນີ ຂອງປະຊາຊົນລາວບັນດາເຜົ່າ;  ສະນັ້ນ ການຈັດພິທີໃນຄັ້ງນີ້ເປັນການສະແດງເຖິງການເອົາໃຈໃສ່ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງຊົນເຜົ່າ ຢູ່ ສປປ ລາວເຮົາ ໄປຄຽງຄູ່ກັບການສະເຫຼີອສະຫຼອງບຸນປີໃໝ່ຂອງບັນດາປະເທດເພື່ອນມິດ, ເປັນກິດຈະກຳໜຶ່ງເພື່ອເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ແລະ ຮຽນຮູ້ວັດທະນະທຳເຊິ່ງກັນ ແລະ ກັນ.  ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ ອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນຊາລາວບັນດາເຜົ່າທັງພາຍໃນ ແລະ ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກຄວາມຈະເລີນ, ປະສົບຜົນສຳເລັດໃນໜ້າທີ່ ແລະ ພ້ອມກັນຜັນຂະຫຍາຍແນວທາງຂອງພັກ-ລັດ-ແນວລາວສ້າງຊາດ ເຂົ້າສູ່ວຽກງານຕົວຈີງ ເປັນຕົ້ນ: ມະຕິ XII ຂອງພັກ, ການແກ້ໄຂເສດຖະກິດຄອບຄົວ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ, ຍັງໄດ້ໄປຢ້ຽມຢາມການວາງສະແດງວັດຖຸພັນ ແລະ ເຮືອນຈຳລອງ ຂອງປະຊາຊົນລາວບັນດາເຜົ່າ ຕື່ມອີກ.

ຂ່າວ+ພາບ: ເຢ

ບກ: ພ.ບຸບຜາ