ວັນທີ 26 ຕຸລາ 2026 ນີ້ , ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ)ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ນຳເອົາເຄື່ອງຊ່ວຍເຫຼືອ ມອບໃຫ້ແຂວງອຸດົມໄຊ; ເປັນກຽດກ່າວຮັບໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ສະຫາຍ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເງິນສົດ ຈຳນວນ 100 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 50 ລ້ານກີບ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກໃຫ້ພີ່ນ້ອງປະຊາຊົນ ທີ່ປະສົບໄພທຳມະຊາດ ຢູ່ພາຍໃນແຂວງ.
ພ້ອມກັນນີ້, ສະຫາຍ ຮອງປະທານ ສນຊ ຍັງ ໄດ້ຕາງໜ້າຄະນະກຳມະການ ສູນກາງແນວລາວສ້າງຊາດ ສະແດງຄວາມເປັນຫ່ວງເປັນໄຍ, ກໍາລັງໃຈ ແລະ ຄວາມເອົາໃຈໃສ່ ຈາກຄະນະກໍາມະການສູນກາງແນວລາວສ້າງຊາດ ຕໍ່ພີ່ນ້ອງນ້ອງປະຊາຊົນລາວບັນດາເຜົ່າ ທີ່ປະສົບກັບໄພທຳມະຊາດ ໃນໄລຍະຜ່ານມາ ພ້ອມທາງແຈ້ງຈຸດປະສົງການລົງເຄື່ອນໄຫວເຮັດວຽກຢູ່ແຂວງໃຫ້ ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ຮັບຊາບ.
ໂອກາດນີ້, ສະຫາຍ ເລຂາພັກແຂວງ ໄດ້ລາຍງານກ່ຽວກັບສະພາບລວມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນໄລຍະຜ່ານມາ ໂດຍຫຍໍ້ ແລະ ສະຫາຍ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ຄະນະກໍາມະການສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ຄວາມສຳຄັນ, ບິແບ່ງຄວາມເປັນຫ່ວງເປັນໄຍ ດ້ວຍການລະດົມວັດຖຸ-ປັດໄຈ ມາຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມປີ 2026ນີ້ແລະ ຢືນຢັນວ່າຈະນຳເອົາເຄື່ອງຊ່ວຍເຫຼືອຈຳນວນ ດັ່ງກ່າວ ໄປແຈກຢາຍໃຫ້ເຖິງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຕົວຈີງ ແລະ ນຳໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສ່ວນລວມ.
ຂ່າວ-ຮູບ: ເຢ້
ບກ: ພ. ບຸບຜາ


