ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງ ຫຼວງນໍ້າທາ

     ໃນວັນທີ 20-21 ກັນຍາ 2023 ນີ້, ທ່ານ ນາງ ສີພະຈັນ ນັນທະວົງສາ, ປະທານກວດກາພັກ-ລັດ, ຮອງປະທານສູູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ, ໄດ້ລົງຊຸກຍູ້, ຕິດຕາມວຽກງານກວດກາການເຄື່ອນ ໄຫວວຽກງານແນວລາວສ້າງຊາດ ຢູ່ເມືອງ ວຽງພູຄາ ແລະ ເມືອງສິງ ແຂວງ ຫຼວງນໍ້າທາ; ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບຸນປີ ໄລປະເສີດ ກໍາມະການພັກແຂວງ, ປະທານແນວລາວສ້າງຊາດແຂວງ; ມີຄະນະກໍາມະການແນວລາວສ້າງຊາດແຂວງ, ບັນດາຫົວໜ້າຂະແໜງ, ຮອງຂະແໜງການຂອງແນວລາວສ້າງຊາດແຂວງ, ຕ່າງໜ້າຈາກສະ ຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ-ເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້, ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງ ວຽງພູຄາ, ເມືອງ ສິງ ແລກປ່ຽນບົດຮຽນການເຄື່ອນໄຫວຕິດຕາມ ແລະ ໃຫ້ຄໍາປຶກສາຂອງແນວລາວສ້າງຊາດເພື່ອສ້າງຄວາມເປັນເອກະພາບ, ຄວາມເຂັ້ມແຂງທາງດ້ານວຽກງານຕິດ ຕາມກວດກາຂອງແນວລາວສາ້ງຊາດແຕ່ລະຂັ້ນ.
     ໂອກາດນີ້ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໃຫ້ແນວລາວສ້າງຊາດແຂວງ, ເມືອງສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ສືບຕໍ່່ນໍາພາຊີ້ນໍາການປະຕິບັດ 2 ວາລະແຫ່ງຊາດຕາມຄໍາແນະນໍາ ເລກທີ 009 ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ, ຜັນຂະຫຍາຍມະຕິ 55 ກ່ຽວກັບວຽກງານການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດໄລຍະໃໝ່ ເຂົ້າສູ່ຂົງເຂດແນວລາວສ້າງຊາດໃຫ້ທົ່ວເຖິງ, ສຶກສາອົບຮົມປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ຜ່ານຜ່າຄວາມຫຍຸ້ງຍາກດ້ວຍການເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ.
ຂ່າວ-ພາບ: ຈັນສອນ
ບ.ກ: ສື່ເຊັ້ງ ຈື່ໄຊ
 
info@lfnd.org.la | 021 213754 | (856-21) 453191