ຮ່ວມລະນຶກຄຸນງາມຄວາມດີ ປະທານສຸພານຸວົງ ຄົບຮອບ 117 ປີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່

     ວັນທີ 16 ກໍລະກົດ 2026, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາຢ່າງສົມກຽດ ເພື່ອສະ ເຫຼີມສະຫຼອງຄົບຮອບ 117 ປີ ວັນເກີດ ປະທານ ສຸພານຸວົງ (13 ກໍລະກົດ 1909-13 ກໍລະກົດ 2026), ໃຫ້ກຽດປາ ຖະກະຖາໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງປະທານ ສູນກາງແນວລາວສ້າງຊາດ (ປະຈຳການ ແລະ ບໍ່ປະຈໍາການ), ມີບັນດາທ່ານຜູ້ຕາງ ໜ້າສະມາຄົມ, ບັນດາສາສະໜາຕ່າງໆ, ພ້ອມດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ຕະຫຼອດຮອດພະນັກງານ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ;
     ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ເລົ່າຄືນປະຫວັດຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານ ສຸພານຸວົງ ເນື້ອໃນບາງຕອນວ່າ: ປະທານ ສຸພານຸວົງ ເກີດໃນຄອບຄົວເຊື້ອເຈົ້າແຂວງຫຼວງພະບາງ, ໄດ້ອຸທິດຕົນຕະຫຼອດຊີວິດເພື່ອພາລະກິດຕໍ່ສູ້ເພື່ອເອກະລາດ, ເປັນປະທານແນວລາວອິດສະຫຼະ, ແນວລາວຮັກຊາດ, ແນວລາວສ້າງຊາດ ແລະ ເປັນປະທານປະເທດຜູ້ທຳອິດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ປະທານສຸພານຸວົງ ປຽບ ເໝືອນ “ຄັນທຸງແຫ່ງຄວາມສາມັກຄີ” ທີ່ໄດ້ເຕົ້າໂຮມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນຕ່າງໆ ຢ່າງສະເໝີຕົ້ນສະເໝີປາຍ; ມູນເຊື້ອ, ຜົນງານ ແລະ ຄວາມເສຍສະຫຼະຂອງເພີ່ນ ບໍ່ພຽງແຕ່ເປັນປະຫວັດສາດ, ແຕ່ຍັງເປັນ “ແວ່ນແຍງອັນເຫຼືອມໃສ” ໃຫ້ລູກຫຼານທຸກລຸ້ນສືບທອດ ໄດ້ເດີນຕາມເສັ້ນທາງ ໃນການສ້າງສາພັດທະນາປະເທດຊາດ ຕະຫຼອດໄປ.
     ໃນໂອກາດດັ່ງກ່າວ ທ່ານຮອງປະທານ ສນຊ ໄດ້ເຜີຍແຜ່ເຖິງຄວາມໝາຍສຳຄັນ ຂອງວັນເຊັນສັນຍາມິດຕະ ພາບ-ການຮ່ວມມື ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງລາວ-ຫວຽດນາມ ໂດຍໄດ້ຍົກໃຫ້ເຫັນເນື້ອໃນບາງຕອນວ່າ: ສາຍພົວພັນ ລະຫວ່າງ 2 ຊາດ ບໍ່ແມ່ນເລື່ອງໃໝ່, ແຕ່ມີມູນເຊື້ອໄປມາຫາສູ່, ແລກປ່ຽນສິນຄ້າ, ວັດທະນະທຳ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາແຕ່ດົນນານ ຕັ້ງແຕ່ຍາມກໍ່ຕັ້ງປະເທດຊາດ ຈົນຮອດໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ພວກເຮົາຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນມີຄຸນຄ່ານີ້ ໃຫ້ໝັ້ນຄົງ, ຍືນຍົງ ແລະ ເລິກເຊິ່ງກວ່າເກົ່າ, ເພື່ອຜົນປະ ໂຫຍດ ຂອງປະຊາຊົນທັງສອງຊາດ; ພິທີປາຖະກະຖາໃນຄັ້ງນີ້, ບໍ່ພຽງແຕ່ເປັນການລະນຶກເຖິງຄຸນງາມຄວາມດີ ຂອງຜູ້ ນໍາທີ່ຍິ່ງໃຫຍ່, ແຕ່ຍັງເປັນການຢັ້ງຢືນເຖິງຄວາມສາມັກຄີພາຍໃນ ແລະ ສາຍພົວພັນມິດຕະພາບພິເສດ ກັບເພື່ອນບ້ານ ໃຫ້ຄົງຢູ່ຄຽງຄູ່ປະຊາຊົນລາວ ຕະຫຼອດໄປ.
ຂ່າວ-ພາບ: ນາ-ລີ
ບກ: ພ.ພຽງ