ເຂົ້າຮ່ວມພິທີປະກາດແຕ່ງຕັ້ງ ແລະ ສັບຊອນພະນັກງານນຳພາ-ຄຸ້ມຄອງ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

      ວັນທີ 20 ສິງຫາ 2025 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ ຈັດພີທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງຂຶ້ນ ໃຫ້ກຽດເປັນປະທານ ໂດຍສະຫາຍ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີສະຫາຍ ຄຳໄຫຼ ສີປະເສີດ, ກຳມະການສູນກາງພັກ, ມີ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານທີ່ກ່ຽວຂອງເຂົ້າຮ່ວມ.
     ໃນພິທີສະຫາຍຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 640/ ຄລສພ, ຜ່ານມະຕິຕົກລົງຂອງຄະນະນເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ສະບັບເລກທີ641/ຄລສພ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ສະບັບເລກທີ 1064/ຄຈສພ, ຈາກນັ້ນ ທ່ານ ປອ ຄໍາພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມອບມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ສະບັບເລກທີ 641/ຄລສພ, ໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ຄື ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ນອກຈາກນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 254/ຄກສພ ຕື່ມອີກ.
ບກ : ກົງແກ້ວ
ຂ່າວ+ພາບ: ຂິດ