ວັນທີ 26 ທັນວາ 2025 ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທິເຊັນບົດບັນທຶກການຮ່ວມມືສອງຝ່າຍ ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍບັນດາທ່ານຄະນະນຳສອງພາກສ່ວນ, ຜູ້ຕາງໜ້າຈາກກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ຜູ້ຕາງໜ້າອົງການປົກຄອງແຂວງ, ແນວລາວສ້າງຊາດແຂວງ, ພະແນກກະສິກໍາແຂວງວຽງຈັນ ແລະ ເມືອງທຸລະຄົມ ເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ;
ຕາງໜ້າເຊັນບົດບັນທຶກການຮ່ວມມື ຄັ້ງນີ້, ໂດຍທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດມາລີນີ ຈຳກັດຜູ້ດຽວ ການຮ່ວມມືດັ່ງກ່າວເປັນການ ຈັດຕັ້ງປະຕິບັດໂຄງການທົດລອງປູກເຂົ້ານາໄຮ່ໃຫຍ່, ປູກພືດລົ້ມລຸກ ແລະ ລ້ຽງສັດ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ; ໃນນີ້, ສອງຝ່າຍໄດ້ເອກະພາບແບ່ງຄວາມຮັບຜິດຊອບ ຕາມພາລະບົດບາດຂອງຕົນເປັນ ຕົ້ນ: ແນວລາວສ້າງຊາດ ເນັ້ນໃສ່ວຽກງານການປະສານງານກັບອົງການປົກຄອງທ້ອງຖິ່ນ ແລະ ການປຸກລະດົມຊາວນາ, ປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການ, ໄກ່ເກ່ຍ ແລະ ແກ້ໄຂບັນຫາ ທີ່ອາດຈະເກີດຂຶ້ນໃນໄລຍະການຈັດຕັ້ງປະຕິບັດ; ຝ່າຍບໍລິສັດ ຮັບຜິດຊອບການລົງທຶນທັງໝົດ, ດ້ານເຕັກນິກ ແລະ ສິ່ງສຳຄັນທີ່ສຸດແມ່ນ “ຕະຫຼາດຈຳ ໜ່າຍ” ເພື່ອຮັບປະກັນຜົນຜະລິດໃຫ້ປະຊາຊົນ, ສຳລັບປະຊາຊົນ ຫຼື ຊາວນາ ມີສ່ວນຮ່ວມໃນດ້ານເນື້ອທີ່ດິນ, ແຮງງານ ແລະ ການບົວລະບັດຮັກສາ ເຊິ່ງໄລຍະເວລາຮ່ວມມືກັນປະຕິບັດໂຄງການ 15 ປີ;
ໃນໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ໂຄງການຮ່ວມມືສອງຝ່າຍ ໂດຍມີເນື້ອໃນບາງຕອນໄດ້ເນັ້ນ ວ່າ: ຮຽກຮ້ອງມາຍັງບັນດາທ່ານຈົ່ງໃຫ້ຄວາມຮ່ວມມື, ໃຫ້ການສະໜັບສະໜູນ ພ້ອມທັງເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຂອງບັນດາຂະແໜງການທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນອົງການແນວລາວສ້າງຊາດ, ອົງການປົກຄອງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂອງແຂວງວຽງຈັນ ແລະ ເມືອງທຸລະຄົມ ເພື່ອເຮັດໃຫ້ການຮ່ວມມືມີຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ ແລະ ກາຍເປັນຕົ້ນແບບ ໃຫ້ແກ່ການຂະຫຍາຍໄປຍັງບັນດາແຂວງ ໃນຂອບເຂດທົ່ວປະເທດ ໃນອະນາຄົດ.


