ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ ລາວ-ຈີນ​ 2024 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ພິ​ທີ​ສາຍຮູບ​​ເງົາ​ຮອບ​ປະຖົມ​ມະ​ເລີກຂອງເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ ລາວ-ຈີນ 2024 ທີ່​​ຈັດ​ຂຶ້ນ​ໂດຍ ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ​ປະ​ຈຳ​ລາວ ຮ່ວມກັບກົມຮູບ​ເງົາ ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອ​ງ​ທ່ຽວ​ລາວ(ຖວທ)​​ ແລະ ​ບໍ​ລິ​ສັດ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນຈໍາກັດ ໄດ້​ຈັດ​ຂຶ້ນ​ຢ່າງຍິ່ງໃຫຍ່ ຢູ່​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​,ນະ​ຄອນຫຼວງວຽງ​ຈັນໃນຕອນຄໍ່າວັນ​ທີ 5 ພະ​ຈິກ​ນີ້, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ​ລາວສ້າງຊາດ, ທ່ານ​ນາງ ຟ່າງຫົງ(Fang Hong) ເອກອັກຄະລັດຖະທູດຈີນປະຈໍາລາວ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກ​ກະຊວງທະບວງກົມ​​, ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ລາວ, ຜູ້ຕາງໜ້າຂອງບໍ​ລິ​ສັດ​ຈີນ​ປະ​ຈຳ​ລາວ ແລະຊາວ​ເຊື້ອ​ສາຍ​ຈີນທີ່ອາໃສຢູ່ລາວເຂົ້າຮ່ວມ​ເກືອບ 800 ຄົນ​​, ພ້ອມ​ໄດ້ຊົມ​ຮູບ​ເງົາເລື່ອງ​ “ສິງ​ໜຸ່ມ​ໄວ​ໄຟ” ທີ່​ແປ ແລະ ພາກ​ເປັນ​ພາ​ສາ​ລາວໂດຍ CMG.

ໃນພິທີ, ທ່ານ​ນາງ ຟ່າງຫົງ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ລາວ-ຈີນ​ ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ​ຈີນ-ລາວ​ ໃນຫຼາຍ​ປີ​ຜ່ານ​ມາ ໂດຍທ່ານໄດ້​ກ່າວ​ວ່າ: ຮູບເງົາແມ່ນສິລະປະແຫ່ງແສງ ແລະ ເງົາ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ແລະ ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງອະລິຍະທຳທີ່ແຕກຕ່າງກັນ. ການແລກປ່ຽນດ້ານຮູບເງົາ ເປັນພາກສ່ວນໜຶ່ງຂອງການເພີ່ມທະວີການແລກປ່ຽນດ້ານວັດທະນະທຳລະຫວ່າງ ຈີນ-ລາວ. ຫວັງວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳທີ່ມີ “ເທດສະການຮູບເງົາດີເດັ່ນ” ເປັນຕົວແທນນັ້ນ ຈະສາມາດເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານວັດທະນະທຳ ພ້ອມທັງສ້າງບັນຍາກາດດ້ານວັດທະນະທຳທີ່ດີໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ.

ທ່ານ ວັນ​ສີ ກົວ​ມົວ ​ຮອງລັດຖະມົນຕີກະຊວງ ຖວທ ກໍໄດ້ກ່າວ​ວ່າ: ເທດສະການຄັ້ງນີ້ເປັນຂີດໝາຍອັນສໍາຄັນຂອງສາຍພົວພັນມິດຕະພາບ ລາວ-ຈີນ ​ທີ່​ມີການຮ່ວມມື ແລະ ຊ່ວຍເຫຼືອກັນມາຍາວນານ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ. ຜ່ານການຮ່ວມມືອັນດີງາມລະຫວ່າງ ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ (CMG) ແລະ ກົມຮູບເງົາ ລາວ ຕະຫຼອດ 7 ປີທີ່ຜ່ານມາ, ພວກເຮົາໄດ້ນໍາເອົາຮູບເງົາດີເດັ່ນຂອງຈີນຫຼາກຫຼາຍປະເພດ ທັງເລື່ອງຕະຫຼົກ, ກັງຟູ, ກາຕູນ ແລະ ສາລະຄະດີ ໄປສູ່ປະຊາຊົນລາວໃນທົ່ວທຸກພາກຂອງປະເທດ. ທຸກເລື່ອງລ້ວນໄດ້ຮັບການແປເປັນພາສາລາວຢ່າງປານີດ, ສ້າງຄວາມມ່ວນຊື່ນ ແລະ ເປີດໂລກະທັດໃຫ້ຜູ້ຊົມ. ນີ້ເປັນຂົວຕໍ່ທາງຈິດໃຈອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ. ປີ 2024 ນີ້ ເປັນປີເລີ່ມຕົ້ນຂອງແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028). ຂ້າພະເຈົ້າເຊື່ອໝັ້ນວ່າ ເທດສະການຄັ້ງນີ້ຈະເປັນຈຸດເດັ່ນພິເສດຂອງປີ.

ນັບ​ແຕ່​ວັນ​ທີ 6 ພະ​ຈິກ 2024 ​ເປັນ​ຕົ້ນ​ໄປ, ເທ​ດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ລາວ-ຈີນ​ ຈະນໍາ​ເອົາ​ຮູບ​ເງົາ​ຈີນ​ເລື່ອງ​ເດັ່ນ​ເລື່ອງ​ດັງ​ຫຼາກ​ຫຼາຍ​ສີສັນ​ທີ່​ພາກ​ສຽງ​ເປັນ​ພາສາ​ລາວ​ໄປລາດຕະ​ເວນສາຍຢູ່​ທົ່ວ​ປະ​ເທດ​ລາວ​, ເພື່ອ​ສົ່ງ​ກິ​ດ​ຈະ​ກຳ​ວັດ​ທະ​ນະ​ທຳ​ໄປ​ແຫ່ງ​ຕ່າງໆ​​ໃນທົ່ວ​ປະ​ເທດ​ລາວ, ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ສາ​ມາດ​ສຳ​ຜັດ​​ໄດ້ກັບ​ມົນ​ສະ​ເໜ່​ຂອງ​ຮູບ​ເງົາ​ຢູ່​ໜ້າ​ເຮືອນ. ນອກ​ຈາກ​ສາຍ​ຮູບ​ເງົາ​ແລ້ວ, ເຈົ້າ​ພາບ​ຈັດ​ງານ​ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ ເພື່ອ​ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ພິ​ເສດ, ຜູ້​ອາ​ສາ​ສະ​ໝັກ​ຈີນ​ທີ່​ຊ່ວຍ​ເຫຼືອ​ລາວ​ ຈະ​ຈັດ​ກິດ​ຈະ​ກຳ​ຊ່ວ​ຍ​ເຫຼືອ​ສັງ​ຄົມ​ດ້ານ​ການ​ແພດຢູ່​ໜ້າ​ງານ, ໂດຍ​ຈະ​ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ ແລະ ​ກວດ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ໂດຍ​ບໍ່​ເສຍ​ຄ່າ​.