ໃນໂອກາດທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ສົມທົບກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສາທາລະນະລັດປະຊາຊົນຈີນ; ທ່ານ ນາງ ຟາງ ຫົງ ຍົກໃຫ້ເຫັນວ່າ: ປີນີ້ເປັນປີສະເຫຼີມສະຫຼອງສາຍພົວພັນການທູດລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ, ທ່ານໃຫ້ຮູ້ຕື່ມວ່າປະເທດຈີນປະກອບມີ 56 ຊົນເຜົ່າ, ພັກກອມມູນິດຈີນໄດ້ຖືວຽກງານຊົນເຜົ່າເປັນວຽກງານໜຶ່ງທີ່ສຳຄັນຂອງຊາດ ແລະ ກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການເສີມຂະຫຍາຍສາຍພົວພົວອັນເປັນມູນເຊື້ອຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ແລະ ເປັນການເຜີຍແຜ່, ແລກປ່ຽນຄວາມຮູ້, ປະສົບການກ່ຽວກັບວຽກງານຊົນເຜົ່າ ເຊິ່ງກັນ ແລະ ກັນ.
ໃນກອງປະຊຸມ, ທ່ານ ຊູ ເຊົ້າເວີນ (Xu Shaowen), ຮອງເລຂາຄະນະພັກ ແລະ ຮອງອະທິການບໍດີ ມະຫາວິທະຍາໄລຊົນເຜົ່າຕາເວັນຕົກສຽງເໜືອ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າແຫ່ງຊາດຈີນ ເຊິ່ງໄດ້ຍົກໃຫ້ເຫັນ 4 ຫົວຂໍ້ທີ່ສຳຄັນ ເປັນຕົ້ນ: 1) ສະພາບລວມຂອງປະເທດທີ່ມີຫຼາຍຊົນເຜົ່າ ໂດຍໄດ້ກຳນົດ 5 ດ້ານທີ່ເຊື່ອມເຂົ້າກັນ ແລະ 4 ສິ່ງຮ່ວມກັນ; 2) ນະໂຍບາຍວຽກງານຊົນເຜົ່າ ຂອງພັກກອມມູນິດຈີນໃນຍຸກໃໝ່ ໂດຍໄດ້ກຳນົດພາລະກິດສຳຄັນ 5 ປະການ, 3) ແນວຄິດ ແລະ ການຊີ້ນຳ ຂອງທ່ານ ສີຈິ້ນຜິງ ກ່ຽວກັບການເສີມສ້າງ ແລະ ປັບປຸງວຽກງານຊົນເຜົ່າ ທີ່ເປັນແກ່ນແທ້ໂດຍໄດ້ກຳນົດ 12 ຕ້ອງ ແລະ 4) ການປົກຄອງຕາມກົດໝາຍ ແລະ ການຮັບປະກັນ ການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າໃນໄລຍະໄໝ່. ພ້ອມກັນນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນການຮ່ວມມືກັນກໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາຕໍ່ວຽກງນດັ່ງກ່າວ.
ທ່ານ ລາວປາວຊົງ ນະວົງໄຊ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ຄະນະຜູ້ແທນຈີນທີ່ໄດ້ໃຫ້ການຮ່ວມມືຈັດກອງປະຊຸມຄັ້ງນີ້ ທ່າມກາງສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ສອງຝ່າຍໄດ້ຮ່ວມກັນສືບຕໍ່ເສີມຂະຫຍາຍໃຫ້ນັບມື້ເລິກເຊິ່ງ, ຮອບດ້ານ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນໃກ້ຊິດ ແລະ ສະໝ່ຳສະເໝີລະຫວ່າງຄະນະກຳມະການ ສນຊ ກັບ ຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ ສນຊ, ໂດຍການເປັນປະທານຮ່ວມ ຂອງທ່ານ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ; ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຂ່າວ+ພາບ: ເຢ+ລີ
ບກ: ພ.ບຸບຜາ



