ເຜີຍແຜ່ນິຕິກຳວຽກງານສະພາແຫ່ງຊາດ

ວັນທີ 7 ພະຈິກ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ) ໄດ້ພ້ອມກັນເຜີຍແຜ່ເຊຶ່ອມຊຶມມະຕິ 26/ກມສພ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ເປັນກຽດເຜີຍແຜ່ເຊຶ່ອມຊຶມໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີຮອງປະທານ, ກຳມະການ ສນຊ, ຕາງໜ້າຈາກສະມາຄົມ ແລະ ສາສະໜາຕ່າງໆ ພ້ອມດ້ວນສະມາຊິກພັກ-ພະນັກງານລັດຖະກອນ ຂອງ ສນຊ ເຂົ້າຮ່ວມ.

ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນບັນດາເນື້ອໃນທີ່ສຳຄັນ ແລະ ຄວາມຈຳເປັນໃນການເພິ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ; ຈຸດປະສົງ-ລະດັບຄາດໝາຍ, ວຽກງານຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດ ທີ່ມະຕິດັ່ງກ່າວໄດ້ກຳນົດໄວ້ ແລະ ທ່ານໄດ້ເນັ້ນວ່າ: ໃຫ້ຖືເອົາການເລືອກຕັ້ງສະມາຊິກສະພາແຕ່ລະຂັ້ນ ເປັນການບູລະນະອົງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ເປັນການເສີມຂະຫຍາຍສິດເປັນເຈົ້າທາງດ້ານການເມືອງ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງຕົນ; ຖືເອົາການເລືອກຕັ້ງເປັນໜ້າທີ່ການເມືອງ, ເປັນພັນທະ ແລະ ຄວາມຮັບຜິດຊອບໂດຍກົງ ຂອງທຸກກະຊວງ-ອົງການ ແລະ ພະນັກງານ-ລັດຖະກອນ ທຸກຄົນ; ເປັນບັ້ນຊຸກຍູ້ຂະບວນການແຂ່ງບັນຮັກຊາດ ແລະ ພັດທະນາ ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ໃຫ້ຖືເອົາການເລືອກຕັ້ງໃນຄັ້ງນີ້ ເປັນບັ້ນເປີດສາກໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ຂອງລັດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງແນວລາວສ້າງຊາດ.

ໂອກາດນີ້, ຍັງໄດ້ຮັບຊົມສາລະຄະດີ 45 ປີ ແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ມູນເຊື້ອ ຂອງສະພາແຫ່ງຊາດ ແຕ່ລະໄລຍະຕື່ມອີກ.

ຂ່າວ+ພາບ: ເຢ

ບກ: ພ.ບຸບຜາ