ວັນທີ 28 ເມສາ 2026, ທ່ານ ຫຽມ ພົມມະຈັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ບໍ່ປະຈຳ ການ, ຫົວໜ້າຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ສູນກາງແນວລາວສ້າງຊາດ ໄດ້ຂຶ້ນປະ ກອບຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ໃນຫົວຂໍ້ “ຂະບວນການຮັກບ້ານເກີດຂອງພີ່ນ້ອງລາວຢູ່ຕ່າງປະເທດ” ໂດຍເນັ້ນໜັກວ່າ: ຄົນເຊື້ອຊາດລາວຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວ ໄດ້;
ທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ, ທັດສະນະຊີ້ນຳຂອງການນຳພັກ-ລັດ ແລະ ລັດຖະທຳມະນູນ ສະບັບປັບປຸງ ປີ 2025 ທີ່ກຳນົດແຈ້ງໃຫ້ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຄົນເຊື້ອຊາດລາວ ໄດ້ອວ່າຍໜ້າມາຫາບ້ານເກີດ ເພື່ອປະກອບສ່ວນສະຕິປັນຍາ ແລະ ທຶນຮອນເຂົ້າໃນການສ້າງສາພັດທະນາປະເທດຊາດ ຕາມຄວາມສາມາດຂອງແຕ່ລະຄົນ; ພ້ອມທັງຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະຜ່ານມາ ຕື່ມວ່າ: ຢູ່ຕ່າງປະເທດ ໄດ້ມີຂະບວນການຮັກສາວັດທະນະທຳ-ຮີດຄອງປະເພນີລາວ ຢ່າງຟົດຟື້ນ, ມີການສ້າງຕັ້ງອົງການພຣະສົງລາວເຖລະວາດ ຢູ່ຝຣັ່ງ ແລະ ເອີຣົບ, ຂະບວນການຊາວໜຸ່ມຮຽນພາສາລາວ ແລະ ການລະດົມທຶນຊ່ວຍເຫຼືອພື້ນຖານໂຄງລ່າງຢູ່ບ້ານເກີດເພີ່ມຂຶ້ນ, ສຳລັບດ້ານນະໂຍບາຍ: ລັດຖະບານໄດ້ອອກນິຕິກຳຮອງຮັບຫຼາຍສະບັບ ເຊັ່ນ: ດຳລັດວ່າດ້ວຍວີຊ່າ, ດຳລັດວ່າດ້ວຍການມາຢູ່ລາວຖາວອນ ແລະ ການຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ໃນປີ 2024; ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິ່ງ ໄດ້ເກີດມີຕົວຢ່າງທີ່ດີ ເປັນຕົ້ນ: ພີ່ນ້ອງເຊື້ອຊາດລາວທີ່ກັບມາ ໄດ້ເປັນແບບຢ່າງໃນການລົງທຶນ ແລະ ສ້າງຊື່ສຽງໃຫ້ປະເທດ ເຊັ່ນ: ການສ້າງຕັ້ງສະໂມສອນບານເຕະເຍົາວະຊົນລາວ ຈາກພີ່ນ້ອງລາວຢູ່ອາເມລິກາ;
ເຖິງຈະມີຜົນງານຕົວຈິ່ງ ແຕ່ກໍປາສະຈາກບໍ່ໄດ້ ດ້ານຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຄື: ຂະບວນການດັ່ງກ່າວຍັງຂາດນິຕິກຳທີ່ຄົບຊຸດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ທົ່ວເຖິງໃນທົ່ວສັງຄົມ ແລະ ການສົ່ງເສີມວັດທະ ນະທຳລາວຢູ່ຕ່າງປະເທດ ຍັງບໍ່ທັນແຂງແຮງເທົ່າທີ່ຄວນ;
4 ໂຄງການ ນຕໍ່ໜ້າ:
ສຳລັບທິດທາງແຜນການໃນຕໍ່ໜ້າ ສູນກາງແນວລາວສ້າງຊາດ ຈະສືບຕໍ່ຍູ້ແຮງ 4 ໂຄງການຈຸດສຸມ ຄື:
1. ໂຄງການຄົ້ນຄວ້ານະໂຍບາຍ: ເພື່ອສະເໜີອອກເປັນນິຕິກຳທີ່ເອື້ອອຳນວຍກວ່າເກົ່າ;
2. ໂຄງການສ້າງຄວາມເຂັ້ມແຂງ: ປັບປຸງກົງຈັກການຈັດຕັ້ງ ທີ່ຮັບຜິດຊອບວຽກງານພີ່ນ້ອງລາວຢູ່ຕ່າງປະເທດ;
3. ໂຄງການຕ້ອນຮັບ: ສ້າງເງື່ອນໄຂໃຫ້ພີ່ນ້ອງລາວເຂົ້າມາມີສ່ວນຮ່ວມໃນການສ້າງສາບ້ານເກີດ ຢ່າງເປັນຮູບປະທຳ;
4. ໂຄງການສ້າງຄວາມເຂັ້ມແຂງໃຫ້ຄູ່ຮ່ວມງານ: ສົ່ງເສີມບົດບາດຂອງທີ່ປຶກສາ ແລະ ຄູ່ຮ່ວມງານ ສນຊ ຢູ່ຕ່າງ ປະ ເທດ
ໃນຕອນທ້າຍ, ທ່ານ ຫຽມ ພົມມະຈັນ ໄດ້ຮຽກຮ້ອງມາຍັງພີ່ນ້ອງເຊື້ອຊາດລາວທຸກຄົນ ຈົ່ງເພີ່ມທະວີຈິດໃຈຮັກເຊື້ອແພງຊາດ ເພາະ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ”, ພ້ອມກັນຮ່ວມໃຈສ້າງຄວາມເຂັ້ມແຂງໃຫ້ແກ່ແຜ່ນດິນແມ່ສືບຕໍ່ໄປ.


