ໃນວັນທີ 22 ມີນາ 2025 ນີ້, ພັກປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22/3/1955-22/3/2025) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ເປັນກຽດເຂົ້າຮ່ວມພິທີ ມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາທ່ານທູດ-ທູຕານຸທູດຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ບັນດາການນໍາຂັ້ນສູງຈາກພາກສ່ວນຕ່າງໆ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກຫາບັນດາແຂວງທົ່ວປະເທດ.
ໃນພິທີໄດ້ຮັບຟັງການກ່າວສູນທອນຟົດ ຂອງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຫວນຄືນປະຫວັດການກໍາເນີດ ການເຕີບໃຫຍ່ ຜົນງານອັນພົ້ນເດັ່ນແຕ່ລະຂົງເຂດ ທີ່ພັກໄດ້ນໍາພາຜ່ານມາ ແລະ ການເສີມຂະຫບາຍມູນເຂື້ອ. ໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າຂົງເຂດ ປກຊ-ປກສ, ຊາວໜຸ່ມ-ເຍົາວະຊົນ ທີ່ຢັ້ງຢືນຜົນງານຜົນສໍາເລັດຂອງພັກໃນການນໍາພາຜ່ານມາ.
ສໍາລັບສູນກາງແນວລາວສ້າງຊາດ (ສນຊ)ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ສນຊ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ ແລະ ກໍາມະການຄະນະພັກ ສນຊ ເຂົ້າຮ່ວມ.
ບກ: ພ.ບຸບຜາ+ສຊ.ຈື້ໄຊ
ຂ່າວ: ລີ
ພາບ: ສຸກສໍາລານ



