ໃນຕອນເຊົ້າຂອງວັນທີ 28 ເມສາ 2026 ນີ້, ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍເປັນຄະນະປະທານຂອງທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ X; ໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍອະດີດຜູ້ນຳຂັ້ນສູງ, ຄອບຄົວການນຳພັກ-ລັດ, ມີຜູ້ແທນສົມບູນ ແລະ ແຂກຖືກເຊີນຈາກຕາງໜ້າຜູ້ຊົງຄຸນວຸດທິ, ຕາງໜ້າບັນດາເຜົ່າ, ສາສະໜາ ແລະ ຊັ້ນຄົນຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍພີ່ນ້ອງຄົນລາວຢູ່ຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 636 ທ່ານ, ຍິງ 136 ທ່ານ ແລະ ພະສົງ 29 ອົງເຂົ້າຮ່ວມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ;ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດຂອງແນວລາວສ້າງຊາດສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ເຊິ່ງເປັນການຢືນຢັນເຖິງເຈດຈໍານົງອັນແຮງກ້າຂອງແນວລາວສ້າງຊາດ ໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເພື່ອພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ;
ໂອກາດກ່າວເປີດກອງປະຊຸມ, ທ່ານປະທານ ສນຊ ໄດ້ເນັ້ນໜັກວ່າ ໃນໄລຍະ 5 ປີຜ່ານມາ (ສະໄໝທີ XI), ແນວລາວສ້າງຊາດ ໄດ້ເຮັດໜ້າທີ່ເປັນ “ໃຈກາງເຕົ້າໂຮມມະຫາສາມັກຄີທົ່ວປວງຊົນລາວທັງຊາດ” ຢ່າງມີຜົນ ສຳເລັດ ເປັນຕົ້ນ: ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຄອບຄົວ-ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ, ການເຄື່ອນໄຫວປຸກລະດົມທົ່ວສັງຄົມ ເພື່ອຕ້ານການລະບາດຂອງພະຍາດ, ໄພທຳມະຊາດ ແລະ ການມີສ່ວນຮ່ວມສຳຄັນ ໃນວຽກງານບຸກຄະລາກອນ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X; ໃນນີ້, ບັນດາເນື້ອໃນສຳຄັນທີ່ຈະໄດ້ຄົ້ນຄວ້າ ແລະ ຮັບຮອງໃນກອງປະຊຸມ ປະກອບມີ: ລາຍງານການເມືອງ ແລະ ແຜນພັດທະນາແນວລາວສ້າງຊາດ 5 ປີຕໍ່ໜ້າ (2026-2030) ເພື່ອຫັນປ່ຽນວຽກງານແນວໂຮມ ໃຫ້ມີບາດກ້າວບຸກທະລຸ; ການປັບປຸງກົດລະບຽບຂອງແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບການໃໝ່; ພ້ອມທັງການຮັບຮອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ທີ່ມີໂຄງປະກອບຫຼາກຫຼາຍຈາກທຸກຊັ້ນຄົນ, ສາສະໜາ, ປັນຍາຊົນ ແລະ ພີ່ນ້ອງຄົນລາວຢູ່ຕ່າງປະເທດ ເພື່ອຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ການເມືອງອັນໜັກແໜ້ນ ໃນໄລຍະຕໍ່ໄປ;
ພ້ອມນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງໃຫ້ຜູ້ແທນທຸກທ່ານ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄວາມເຫັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນສຳເລັດຢ່າງສະຫງ່າງາມ; ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະດຳເນີນໄປເປັນເວລາ 2 ວັນ (28-29 ເມສາ 2026), ຊຶ່ງຖືເປັນເຫດການການເມືອງທີ່ສຳຄັນຍິ່ງ ໃນການເຕົ້າໂຮມກຳລັງແຮງສັງລວມຂອງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.


