3 ອົງການຈັດຕັ້ງມະຫາຊົນ ຂອງສູນກາງແນວລາວສ້າງຊາດ(ສນຊ) ຄື: ສະຫະພັນກຳມະບານ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມ ໄດ້ຈັດຂະບວນການອະນາໄມລວມຕາມເຂດສຳນັກງານສູນກາງແນວລາວສ້າງຊາດ ໃຫ້ມີຄວາມສະອາດງາມຕາ ແລະ ຈັດຂະບວນການແຂ່ງຂັນກິລາເປຕັ່ງມິດຕະພາບ ລະຫວ່າງບັນດາໜ່ວຍພັກ ອ້ອມຂ້າງສູນກາງແນວລາວສ້າງຊາດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງແຕ່ລະໜ່ວຍພັກ ແລະ ກອງປະຊຸມໃຫຍ່ ຂອງ 3 ອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ ຕິດພັນກັບການສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ໂດຍການນຳພາ ຂອງສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ຄະນະໜ່ວຍພັກ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ-ພະນັກງານ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມໃນວັນທີ 24 ກຸມພາ 2025.
ຂ່າວ+ພາບ: ເຢ
ບກ: ຈິດຕະພົງ




