ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານຜູ້ປະຈຳການສູນກາວແນວລາວສ້າງຊາດຢ້ຽມຢາມປະຊາຊົນຢູ່ເມືອງມຸນລະປະໂມກ

     ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມປະຊາຊົນກຸ່ມບ້ານນາດີ ເມືອງມຸນລະປະໂມກ ໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນະສັກ ຊາດຕະກຸນ ເລຂາພັກເມືອງ, ຮັກສາການເຈົ້າເມືອງ ມຸນລະປະໂມກ ວັນທີ 14 ມິຖຸນາ 2023 ການພົບປະຢ້ຽມຢາມ ປະຊາຊົນຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ວຽກງານແນວລາວສ້າງຊາດ ແລະ ເກັບກຳຫາງສຽງ ຂອງປະຊາຊົນ; ທ່ານ ສຸລົດ ມະນີລັດ ຮອງເລຂາຄະນະພັກກຸ່ມບ້ານນາດີ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງກຸ່ມບ້ານນາດີ ໃຫ້ຄະນະຮັບຊາບ; ຈາກນັ້ນ, ທ່ານຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ ປະຊາຊົນກຸ່ມບ້ານນາດີ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ກຸ່ມບ້ານຍາດມາໄດ້ໃນໄຍລະຜ່ານມາ ແລະ ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ ຂອງອົງການແນວລາວສ້າງຊາດ; ພ້ອມກັນນີ້, ທ່ານໄດ້ເນັ້ນ 6 ບັນຫາຄື: ໃຫ້ບ້ານສືບຕໍ່ປັບປຸງການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງເພື່ອນຳພາປະຊາຊົນພັດທະນາບ້ານ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພາະເປັນພື້ນຖານທີ່ສຳຄັນໃຫ້ແກ່ການພັດທະນາເສດຖະກິດ, ເອົາໃຈໃສ່ຕໍ່ການປູກການລ້ຽງ ເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວ, ດ້ານວຽກງານວັດທະນະທຳ ແມ່ນໃຫ້ປົກປັກຮັກສາ ແລະສົ່ງເສີມ ໂດຍຖືເອົາບຸນປະເພນີຂອງບັນດາເຜົ່າເປັນບ່ອນພົບປະເຕົ້າໂຮມຄວາມສາມັກຄີ, ສົ່ງເສີມລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະປະຊາຊົນຢູ່ລຽບຕາມຊາຍແດນ ພ້ອມກັນຮັກສາຄວາມສາມັກຄີ ເພື່ອຫຼຸດຜ່ອນການໄປ-ມາ ທີ່ຜິດກົດໝາຍ, ຕ້ານການຄ້າຂາຍເຖື່ອນ, ຜູ້ຊົງຄຸນວຸດທິບັນດາຊົນເຜົ່າຈົ່ງເອົາໃຈໃສ່ຕິດຕາມ, ກຳແໜ້ນແນວຄວາມຄິດເຫັນ, ຄວາມມຸ່ງມາກປາດຖະໜາ ຂອງປະຊາຊົນ, ປຸກລະດົມໃຫ້ປະຊາຊາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຕິດພັນກັບການປະຕິບັດສອງໜ້າທີຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງຢ່າງບໍ່ຢຸດຢັ້ງ; ການລົງຢ້ຽມຢາມຄັ້ງນີ້, ໄດ້ນຳເອົາເຄື່ອງອຸປະກອນການຮຽນ, ເຄື່ອງນຸ່ງ ແລະຢາປົວພະຍາດຈຳນວນໜຶ່ງ ມອບໃຫ້ກຸ່ມບ້ານນາດີ ຕື່ມອີກ.
ບກ: ຈິດຕະພົງ
ຂ່າວ-ພາບ: ເລົ່າລໍ່
info@lfnd.org.la | 021 213754 | (856-21) 453191