ສູນກາງແນວລາວສ້າງຊາດ

Lao Front For National Development

ການນຳ ສນຊ ພົບປະປຶກສາບາງວຽກງານກັບ ທ່ານເຈົ້າແຂວງ ຈຳປາສັກ

     ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ໂດຍໄດ້ພົບປະປຶກສາບາງວຽກງານກັບທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ ທີ່ຫ້ອງວ່າການແຂວງຈຳປາສັກ; ວັນທີ 15 ມິຖຸນາ 2023.
     ໃນນີ້, ທ່ານ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ແຈ້ງຈຸດປະສົງການລົງເຄື່ອນໃຫວເຮັດວຽກໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ທ່ານເຈົ້າແຂວງກໍຄືການນຳ ຂອງແຂວງ ທີ່ໃຫ້ການຕ້ອນຮັບຄະນະ, ພ້ອມທັງໄດ້ມີຄຳເຫັນແລກປ່ຽນວຽກງານແນວລາວສ້າງຊາດ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງ ແລະໃຫ້ທ່ານເຈົ້າແຂວງຊ່ວຍຊີ້ນຳວຽກງານແນວລາວສ້າງຊາດ ຂອງແຂວງໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ເປັນຕົ້ນແມ່ນດ້ານງົບປະມານ ແລະບຸກຄະລາກອນຂອງແນວລາວສ້າງຊາດແຕ່ລະເມືອງ; ທ່ານເຈົ້າແຂວງໄດ້ຕີລາຄາສູງຕໍ່ທ່ານຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີ່ລົງມາເຮັດວຽກຢູ່ແຂວງຈຳປາສັກ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ ໃຫ້ຄະນະຮັບຊາບ ແລະ ທ່ານເຈົ້າແຂວງໄດ້ກ່າວວ່າ: ຄະນະນຳແຂວງ ໄດ້ຖືສຳຄັນຕໍ່ວຽກງານແນວລາວສ້າງຊາດ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງກັນ; ໃຫ້ສູນກາງແນວລາວສ້າງຊາດຈັດຝຶກອົບຮົມວຽກງານແນວລາວສ້າງຊາດ ໃຫ້ພະນັກງານແນວລາວສ້າງຊາດແຂວງ, ເມືອງ ໃຫ້ກຳໄດ້ ແລະເຂົ້າໃຈຢ່າງເລີກຕໍ່ວຽກງານແນວລາວສ້າງຊາດ ເພື່ອສະດວກໃນການເຮັດວຽກງານແນວລາວສ້າງຊາດ ແບບມືອາຊີບ ໃນຂັ້ນຕໍ່ໄປ.
ບກ: ຈິດຕະພົງ
ຂ່າວ-ພາບ: ເລົ່າລໍ່
info@lfnd.org.la | 021 213754 | (856-21) 453191