ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ລົງພົບປະຢ້ຽມຢາມກຳມະການແນວລາວສ້າງ ແລະ ພະນັກງານຫຼັກແຫຼ່ງ ເມືອງທ່າພະບາດ

ໃນວັນທີ 23 ມິຖຸນາ 2023 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢ້ຽມຢາມກຳມະການແນວລາວສ້າງຊາດ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງທ່າພະບາດ ແຂວງບໍລິຄຳໄຊ; ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ; ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ,  ມີຄະນະນຳຂອງແຂວງ ແລະ ຄະນະນຳຂອງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນຂອງເມືອງທ່າພະບາດ ໃຫ້ກຽດຕ້ອນຮັບ.

ໃນໂອກາດພົບປະ, ທ່ານ ເຈົ້າແຂວງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານປະທານສູນກາງແນວລາວສ້າງຊາດ ແລະ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນໄລຍະຜ່ານມາແຂວງບໍລິຄຳໄຊ ໄດ້ເພີ່ມທະວີເອົາໃຈໃສ່ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ໄດ້ຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງໃຫ້ເຂົ້າສູ່ລວງເລິກຕົວຈີງ; ໄດ້ສຸມໃສ່ຜັນຂະຫຍາຍນະໂຍບາຍ ແລະ ວຽກງານຈຸດສຸມເພື່ອແກ້ໄຂຄວາມບໍ່ສະຫງົບ ເປັນຕົ້ນແມ່ນການແກ້ໄຂ 4 ເຖື່ອນຄື: ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ; ໄດ້ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຂັ້ມແຂງ, ໄດ້ເອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ເຮັດໃຫ້ປະຊາຊົນພາຍໃນແຂວງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແຕ່ລະຂັ້ນ ແລະ ເຂົ້າຮ່ວມ 2 ໜ້າທີ່ຍຸດທະສາດຢ່າງເປັນເຈົ້າການ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການລາຍງານກ່ຽວກັບວຽກງານແນວລາວສ້າງຊາດ ຂອງແຂວງບໍລິຄຳໄຊ ແລະ ວຽກງານແນວລາວສ້າງຊາດ ຂອງເມືອງທ່າພະບາດ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະພັກ, ຄະນະນຳ ແລະ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ສຶບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວລາວສ້າງຊາດ; ສືບຕໍ່ສົ່ງເສີມສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ ແລະ ສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງອັນເປັນປຶກແຜ່ນແໜ້ນໜາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ;  ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມ ຄື: ໃຫ້ປະຊາຊົນຮູ້, ໃຫ້ປະຊາຊົນເຮັດ, ໃຫ້ປະຊາຊົນຮຽກຮ້ອງ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ; ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ສຶບຕໍ່ປະຕິບັດວຽກງານ 4 ການເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນນະທຳ ແລະ ເສີມສ້າງຄຸນວຸດທິ ແລະ ສຶບຕໍ່ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງເມືອງ(ວັດທ່າພະບາດ, ວັດໂພນສັນ), ຢ້ຽມຢາມສູນຫັດຖະກຳຈັກສານ ແລະ ຢ້ຽມຢາມໂຮງງານກັ່ນຕອງນ້ຳພືດຈາກຫົວສີໄຄ ພ້ອມທັງຢ້ຽມຢາມການປູກຫົວສີໄຄເຄື່ອງ ຕື່ມອີກ.

ຂ່າວ+ພາບ: ເຢ

ບກ: ພ.ບຸບຜາ

info@lfnd.org.la | 021 213754 | (856-21) 453191