ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 29 ທັນວາ 2023 ນີ້, ກົມໂຄສະນາ ສູນກາງແນວລາວສ້າງຊາດ ຮ່ວມກັບຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານ ໂຄສະນາ ແລະ ວຽກງານຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະທີ່ປຶກສາ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຄົ້ນຄວ້າ-ຝຶກອົບຮົມ ພ້ອມດ້ວຍພະນັກງານຂອງກົມໂຄສະນາ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໂຄສະນາ ຂອງສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງແຜນການວຽກງານຈຸມສຸມໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການເຄື່ອນໄຫວວຽກງານຕ່າງໆ. ພ້ອມກັນນັ້ນ, ຍັງໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໂຄສະນາ ໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນບາງວຽກງານທີ່ພົ້ນເດັ່ນ ຄື: ວຽກງານສື່ອອນລາຍ, ວຽກງານວິທະຍຸ, ວຽກງານໂທລະພາບ, ວຽກງານໜັງສືພິມ, ວຽກງານວາລະສານ, ວຽກງານໂຄສະນາ-ຂະບວນການ ແລະ ວຽກງານຫໍມູນເຊື້ອ. ພ້ອມກັນນັ້ນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ບັນດາວຽກງານດັ່ງກ່າວຢ່າງກົງໄປກົງມາຕື່ມອີກ.

ໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ພົ້ນເດັ່ນທີ່ຄະນະທີ່ປຶກສາ ແລະ ກົມໂຄສະນາ ສາມາດຍາດໄດ້ໃນໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນຕື່ມວ່າ: ໃຫ້ຄະນະທີ່ປຶກສາ ແລະ ກົມໂຄສະນາ ຈົ່ງນຳເອົາບັນດາເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ມາສຶກສາຄົ້ນຄວ້າ ສ້າງເປັນແຜນງານລະອຽດ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງ ໃຫ້ໄດ້ຮັບໝາກຜົນ, ວຽກງານສ້າງຄຸນງາມຄວາມດີ ຕ້ອງສືບຕໍ່ຮ່ວມກັນຄົ້ນຄວ້າສ້າງກິດຈະກຳຮ່ວມກັນ ແລະ ຈັດຕັ້ງປະຕິບັດຮ່ວມກັນເພື່ອເຮັດໃຫ້ວຽກງານຂົນຂວາຍມີຜົນງານດີເດັ່ນຫຼາຍຂື້ນ, ສືບຕໍ່ປຸກລະດົມປະຊາຊົນລາວ ນຳໃຊ້ຜະລິດຕະພັນລາວ ແລະ ສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ-ຂອງລັດ ໃຫ້ເປັນຂະບວນການຟົດຟື້ນ.
ຂ່າວ+ພາບ: ເຢ້
ບກ: ສືເຊັ່ງ



