ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດເຜີຍແຜ່ມະຕິ 05/ຄບສພ ແລະ ແຜນພັດທະນາຂອງລັດຖະບານ ຕໍ່ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XI ທີ່ຈັດຂື້ນໃນລະຫວ່າງວັນທີ 10-11 ມັງກອນ 2024 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ.



