ພິທີພົບປະລະຫວ່າງສູນກາງແນວລາວສ້າງຊາດ ແລະ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ຝ່າຍລາວນຳໂດຍ ທ່ານ ສີນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ຝ່າຍກຳປູເຈຍ ນຳໂດຍ ທ່ານ ສົມເດັດ ນາງ ກິດຕິຊັງຮັກ ບານດິດແມນຊໍາອານ ປະທານແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທັງສອງຟ່າຍເຂົ້າຮ່ວມ ໃນວັນທີ 10 ເມສາ 2024 ທີ ນະຄອນຫຼວງວຽງຈັນ.
ການພົບປະຄັ້ງນີ້, ທັງສອງຟ່າຍໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນໃຫ້ກັນ ແລະ ກັນຊາບ ພ້ອມກັນນີ້, ທ່ານ ສີນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍີນດີຕ້ອນຮັບຄະນະ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງປະເທດຕະຫຼອດໄລຍະຜ່ານມາກໍຄືໃນປະຈຸບັນ.ທ່ານ ສົມເດັດ ນາງ ກິດຕິຊັງຮັກ ບານດິດແມນຊໍາອານ ໄດ້ສະແດງຄວາມຂອບໃຈເປັນຢ່າງຍີ່ງ ທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ທ່ານກ່າວວ່າ ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້; ກໍ່ເພື່ອເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນຕາມເນື້ອໃນຈິດໃຈຂອງການນຳຂັ້ນສູງຂອງສອງປະເທດ ກຳປູເຈຍ-ລາວ ແລະ ຢືນຢັນວ່າຈະສືບຕໍ່ເສີມຫຍາຍສາຍພົວພັນ, ແຜນການຮ່ວມມືໃນຕໍ່ໜ້າ ແລະ ທ່ານໄດ້ໃຫ້ຮູ້ເຖິງພາລະບົດບາດ, ປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວໂຮມສາມັກຄີພັດທະນາມາຕຸພົມ ຣາຊະອານາຈັກກຳປູເຈຍໄລຍະຜ່ານມາ.
ທ່ານປະທານສູນກາງແນວລາວສ້າງຊາດໄດ້ກ່າວອີກວ່າ: ຕໍ່ໄປນີ້ຄະນະທັງສອງຝ່າຍຈະສືບຕໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດເສີມສ້າງສາຍພົວພັນຮ່ວມມື ຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ເວົ້າລວມ; ເວົ້າສະເພາະ ແມ່ນສອງອົງການ ສູນກາງແນວລາວສ້າງຊາດ ແລະ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອາຈັກກຳປູເຈຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ; ພ້ອມກັນນັ້ນ, ທ່ານໄດ້ຍົກໃຫ້ເຫັນແຜນພັດທະນາຂອງອົງການແນວລາວສ້າງຊາດໃນຕໍ່ໜ້າຕື່ມອີກ.



