ຄະນະຜູ້ແທນແນວໂຮມ ສາມັກຄີພັດທະນາມາຕຸພູມ ກຳປູເຈຍ ເຂົ້າຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

     ໃນວັນທີ 10 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ສົມເດັດ ນາງ ກິດຕິຊັງຮັກ ບານດິດແມນຊໍາອານ ປະທານແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ 3 ປະທານແນວໂຮມ ກຳປູເຈຍ-ລາວ-ຫວຽດນາມ ໃນລະຫວ່າງວັນທີ 9-11 ເມສາ 2024 ນີ້.
     ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ກິດຕິ ຊັງຮັກ ບານດິດ ແມນຊໍາອານ ທີ່ໄດ້ນໍາພາຄະນະເດີນທາງມາຮ່ວມກອງປະຊຸມ 3 ປະທານແນວໂຮມ ທີລາວເປັນເຈົ້າພາບ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ ທັງເປັນການປະຕິບັດບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໃຫ້ກ້າວເຂົ້າສູ່ລວງເລິກ.
     ໂອກາດດຽວກັນ, ທ່ານ ສົມເດັດ ນາງ ກິດຕິ ຊັງຮັກບານດິດ ແມນຊໍາອານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະມົນຕີ ຮັບຊາບຕື່ມອີກ.