ວັນທີ 11 ເມສາ 2024 ນີ້, ທີ່ວັດໂນນຈໍາປາ, ບ້ານຝັ່ງແດງ, ເມືອງໂພນທອງ ແຂວງ ຈໍາປາສັກ ໄດ້ຈັດພິທີ-ມອບຮັບ ໂຮງຮຽນ ສົງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ, ຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ, ມີທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານປະທານແນວລາວສ້າງຊາດເມືອງ ໂພນທອງ, ທ່ານ ບຸນຈອມ ວົງເພັດ ກໍາມະການສູນກາງແນວລາວສ້າງຊາດ,ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຂອງບ້ານເຂົ້າຮ່ວມ.

ໂຮງຮຽນສົງ ດັ່ງກ່າວປະກອບມີອາຄານ 1 ຫລັງ, ມີ 2 ຫ້ອງຮຽນ 1 ຫ້ອງການຄູ ໂດຍໄດ້ຮັບການອຸປະຖຳທຶນຈາກຄອບຄົວ ທ່ານ ປອ ບຸນຈອມ ວົງເພັດ ກໍາມະການສູນກາງແນວລາວສ້າງຊາດ, ຈໍານວນ 100 ກວ່າລ້ານ, ທຶນປະກອບສ່ວນຈາກ ຊາວພຸດຜູ້ໃຈບຸນທັງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ເພື່ອນມິດສະຫາຍ ແລະ ປະຊາຊົນບ້ານຝັ່ງແດງ.

ທ່ານ ປອ ບຸນຈອມ ວົງເພັດ ໄດ້ກ່າວວ່າ ແຮງບັນດານໃຈໃຫ້ມີການສ້າງໂຮງຮຽນສົງ ຫຼັງນີ້ຂຶ້ນແມ່ນເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເພື່ອສ້າງຄຸນງາມຄວາມດີຕິດພັນກັບການຮັກບ້ານເກີດ ສະນັ້ນ, ຂ້າພະເຈົ້າໃນນາມກໍາມະການສູນກາງແນວລາວສ້າງຊາດ ຈຶ່ງໄດ້ປະກອບສ່ວນທືນຮອນສ່ວນຕົວ ແລະ ລະດົມທືນຮອນນໍາເພື່ອນມິດສະຫາຍ ເພື່ອສ້າງໂຮງຮຽນຫຼັງດັ່ງກ່າວໃຫ້ແກ່ນັກຮຽນທີ່ທຸກຍາກ ທີ່ບໍ່ສາມາດເຂົ້າໄປຮໍ່າຮຽນໃນຕົວເມືອງ.


ໂອກາດນີ້, ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນທາງດ້ານວັດຖູ ແລະ ຈິດໃຈ ເພື່ອມາພັດທະນາບ້ານເກີດເມືອງນອນຂອງທ່ານ ປອ ບຸນຈອມ ວົງເພັດ ກໍຄື ຄອບຄົວ ແລະພໍ່,ແມ່ປະຊາຊົນ ທີ່ໄດ້ສະຫລະປະກອບສ່ວນທຶນຮອນໃນການສ້າງໂຮງຮຽນສົງຫລັງດັ່ງກ່າວຂຶ້ນມາ ເຊິ່ງເຫັນໄດ້ຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫລືອ ດ້ານການສຶກສາ ຢູ່ວັດໂນນຈໍາປາ ບ້ານຝັ່ງແດງ, ເມືອງໂພນທອງ ແຂວງຈໍາປາສັກ ຢ່າງຈິງໃຈເພື່ອເຮັດໃຫ້ນັກຮຽນໄດ້ຮັບ ການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານການສຶກສາ ຢູ່ໃນບ້ານ. ພ້ອມທັງຮຽກຮ້ອງໃຫ້ບັນດາຄູບາອາຈານວ່າ ໃຫ້ນຳໃຊ້ໂຮງຮຽນຫຼັງດັ່ງກ່າວໃຫ້ໄດ້ຮັບຜົນປະໂຫຍດອັນສູງສຸດ, ພ້ອມກັນປົກປັກຮັກສາອາຄານ ໂຮງຮຽນດັ່ງກ່າວ ໃຫ້ໝັ້ນຄົງຍາວນານ ແລະ ມີປະສິດທິພາບສູງສຸດ.


