ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ

ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງການເງິນ ເຂົ້າສູ່ພາກປະຕິບັດຕົວຈິງ, ແນວລາວສ້າງຊາດ ຮ່ວມກັບພະແນກການເງິນ ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນ ໃຫ້ລັດ ຂຶ້ນໃນວັນທີ 10 ພຶດສະພາ 2024 ຢູ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ ແລະ ຜຸ້ປະກອບການ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນເອກະສານທີ່ສຳຄັນ ຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະ ກົດໝາຍຂົງເຂດສ່ວຍສາອາກອນ, ການສຳລະພາສີ-ອາກອນຜ່ານລະບົບທະນາຄານພັດທະນາລາວ ແລະ ເອກະສານປະເທດລາວຄົນລາວເປັນເຈົ້າຂອງ.

ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນສັງລວມ ແລະ ເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ, ສຶກສາອົບຮົມປຸກລະດົມໃຫ້ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ກໍ່ຄືພົນລະເມືອງລາວທຸກຄົນ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ເປັນຕົ້ນ ແມ່ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ພ້ອມກັນເປັນເຈົ້າການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ, ສືບຕໍ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ  ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຂ່າວ+ພາບ: ເຢ

ບກ: ໄພຈິດ

info@lfnd.org.la | 021 213754 | (856-21) 453191