ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໂຄສະນາປຸກລະດົມເສຍພັນທະພາສີ-ອາກອນໃຫ້ລັດ

     ວັນທີ 20 ພຶດສະພາ 2024 ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງສາລະວັນ, ພະແນກການເງິນແຂວງ ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ໂດຍການເປັນປະທານຮ່ວມ ຂອງທ່ານ ນ. ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຕາ ໂຮ່ຊົງເລືອງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງສາລະວັນ, ທ່ານ ພອນປະເສີດ ລາຊາໂພ ຫົວໜ້າພະແນກການເງິນແຂວງສາລະວັນ, ເຂົ້າຮ່ວມມີພະແນກການອ້ອມຂ້າງ, ບັນດາຫົວຫົວໜ່ວຍທຸລະກິດ, ຜູ້ປະກອບການ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດແຂວງເຂົ້າຮ່ວມ ທີ່ສະໂມສອນຫ້ອງວ່າການແຂວງສາລະວັນ.
      ທ່ານ ນ. ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ກໍຄືການປະຕິບັດ 2 ວາລະແຫ່ງໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ເຂົ້າສູ່ວຽກຕົວຈິງ. ໃນກອງປະຊຸມ, ຜູ້ເຂົ້າຮວ່ມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານພາສີ ແລະ ອາກອນ, ຈຸດປະສົງໂຄສະນາ, ຊຸກຍູ້, ປຸກລະດົມຂົນຂວາຍ ນັກທຸລະກິດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ປະກອບການຄັ້ງນີ້ແມ່ນເພື່ອໃຫ້ມີຄວາມຕື່ນຕົວປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດຢ່າງຄົບຖ້ວນ ຕາມລະບຽບກົດ ໝາຍວາງອອກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ,ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ.
      ທ່ານ ນ. ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່ງທ່ານກ່ວາວ່າ: ການເສຍພັນທະພາສີ-ອາກອນໃຫ້ລັດແມ່ນການສະແດງອອກເຖິງຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທີ່ຕ້ອງມີພັນທະປະກອບສວ່ນເສຍພາສີ-ອາກອນປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ, ທັງເປັນການແກ້ໄຂບັນຫາການຮົ່ວໄຫຼຂອງລາຍຮັບ, ການລັກລອບພາສີ-ອາກອນ; ພົນລະເມືອງລາວທຸກຄົນມີພັນທະໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພາຍຫຼັງສໍາເລັດການເຜີຍແຜ່ຄັ້ງນີ້ແລ້ວ ມອບໃຫ້ແນວລາວສ້າງຊາດແຂວງປະສານສົມທົບກັບພະແນກການເງິນແຂວງ, ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ລົງເຜີຍແຜ່ໃຫ້ບັນດາເມືອງ ເພື່ອຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ, ຊາວຄ້າ-ຂາຍ ມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ພັນທະເສຍພາສີ-ອາກອນໃຫ້ລັດ, ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ຊາວຄ້າ-ຂາຍ, ກໍາມະການແນວລາວສ້າງຊາດແຂວງຈົ່ງໃຫ້ຄວາມຮ່ວມມື ແລະ ຊ່ວຍເປັນກະບອກສຽງປຸກລະດົມປະຊາຊົນລາວບັນດາເຜົ່າ, ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຈົ່ງ ພ້ອມກັນຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ໄດ້ຮັບຜົນດີ. ຫຼັງຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມພົບປະບໍລິສັດ ຈຸງຢາງ ຊີມັງກາຊ້າງ ແລະ ບໍລິສັດຊະນະໄຊ ຕື່ມອິກ.
 
info@lfnd.org.la | 021 213754 | (856-21) 453191