ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໂຄສະນາປຸກລະດົມເສຍພັນທະພາສີ-ອາກອນໃຫ້ລັດ

      ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງເຊກອງ, ພະແນກການເງິນແຂວງ ໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ໂດຍການເປັນປະທານຮ່ວມ ຂອງທ່ານ ນ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ນ ບຸນຮຽງ ບຸນຈິດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງເຊກອງ, ທ່ານ ສຸກັນ ວໍລະບັນໄຊ ຮອງຫົວໜ້າພະແນກການເງິນແຂວງເຊກອງ, ເຂົ້າຮ່ວມມີພະແນກການອ້ອມຂ້າງແຂວງ, ບັນດາຫົວຫົວໜ່ວຍທຸລະກິດ, ຜູ້ປະກອບການ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດແຂວງເຂົ້າຮ່ວມ. ໃນວັນທີ 22 ພຶດສະພາ 2024 ນີ້ ທີ່ສະໂມສອນຫ້ອງວ່າການແຂວງເຊກອງ.
      ທ່ານ ນ ສີພະຈັນ ນັນທະວົງສາ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ກໍຄືການປະຕິບັດ 2 ວາລະແຫ່ງໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ເຂົ້າສູ່ວຽກຕົວຈິງ.ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານພາສີ ແລະ ອາກອນ, ຈຸດປະສົງໂຄສະນາ, ຊຸກຍູ້, ປຸກລະດົມຂົນຂວາຍ ນັກທຸລະກິດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ປະກອບການ ເພື່ອໃຫ້ມີຄວາມຕື່ນຕົວປະຕິບັດພັນທະເສຍພາສີ-ອາກອນ ໃຫ້ລັດຢ່າງຄົບຖ້ວນ ຕາມລະບຽບກົດໝາຍວາງອອກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ.
      ໃນພິທີ, ທ່ານ ນ ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່ງທ່ານໄດ້ກ່ວາວ່າ: ການເສຍພັນທະພາສີ-ອາກອນໃຫ້ລັດ ແມ່ນພັນທະຂອງຜົນລະເມືອງລາວທີ່ສະແດງເຖິງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ສະນັ້ນ, ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຕ້ອງມີພັນທະເສຍພາສີ-ອາກອນ ປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ, ທັງເປັນການແກ້ໄຂບັນຫາການຮົ່ວໄຫຼຂອງລາຍຮັບ, ການລັກລອບພາສີ-ອາກອນ; ພົນລະ ເມືອງລາວທຸກຄົນມີໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ພາຍຫຼັງສໍາເລັດການເຜີຍແຜ່ຄັ້ງນີ້ແລ້ວ ມອບໃຫ້ແນວລາວສ້າງຊາດແຂວງປະສານສົມທົບກັບພະແນກການເງິນແຂວງ, ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເຜີຍແຜ່ໃຫ້ບັນດາເມືອງ ເພື່ອຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ນັກທຸລະ ກິດ, ຊາວຄ້າ-ຂາຍ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ການເສຍພັນທະພາສີ-ອາກອນໃຫ້ລັດ. ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ຊາວຄ້າ-ຂາຍ, ກໍາມະການແນວລາວສ້າງຊາດແຂວງຈົ່ງໃຫ້ຄວາມຮ່ວມມື ແລະ ຊ່ວຍເປັນກະບອກສຽງປຸກລະດົມປະຊາຊົນລາວບັນດາເຜົ່າ, ຫົວໜ່ວຍທຸລະກິດປະເພດຕ່າງໆ ແລະ ຜູ້ປະກອບການຈົ່ງພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນບຸຕາມລະດັບຄາດໝາຍ. ຫຼັງຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມພົບປະບໍລິສັດ ຢາງກາວຊູ ແອວວີແອຟ ແລະ ບໍລິສັດ ຄູນມີໄຊ ເພື່ອເປັນການຊຸກຍູ້, ແລກປ່ຽນກ່ຽວກັບວຽກງານດ້ານການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191