ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ລົງຊຸກຍູ້ວຽກງານໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ທີ່ແຂວງອຸດົມໄຊ

      ວັນທີ 22 ພຶດສະພາ 2024 ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບກະຊວງການເງິນ ແລະ ແນວລາວສ້າງຊາດແຂວງ ໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນ ໃຫ້ລັດ ຢູ່ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ ຜຸ້ປະກອບການ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 150 ທ່ານ.
       ເພື່ອຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື ລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງິນ ສະບັບລົງວັນທີ 12 ມັງກອນ 2023 ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ກ່ຽວກັບການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມຕື່ນຕົວການປະຕິບັດພັນທະເສຍພາສີ-ອາກອນ ໃຫ້ຄົບຖ້ວນໃຫ້ລັດ ຕາມລະບຽບກົດໝາຍ, ດ້ານໜຶ່ງແນໃສ່ແກ້ໄຂບັນຫາການຮົ່ວໄຫຼ, ການລັກລອບພາສີ-ອາກອນ ຫຼິກຫຼີກ ການປະຕິບັດພັນທະເສຍພາສີ-ອາກອນ. ການເຜີຍແຜ່ຄັ້ງນີ້, ປະກອບມີ 3 ເອກະສານສໍາຄັນຄື: ເອກະສານປະເທດລາວ ຄົນລາວເປັນເຈົ້າຂອງ; ວຽກງານພາສີ ແລະ ວຽກງານອາກອນ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ ວຽກງານພາສີ ແລະ ອາກອນຢ່າງເລິກເຊິ່ງ.
       ໃນໂອກາດນີ້, ທ່ານ ຮອງເຈົ້າແຂວງ ໄດ້ມີຄໍາເຫັນສັງລວມ ແລະ ເນັ້ນບາງຈິດໃຈຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕ່ລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະພະນັກງານ-ລັດຖະກອນ, ນັກທຸລະກິດ, ຜູ້ປະກອບການຈົ່ງຕັ້ງໜ້າເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ເພື່ອເປັນການເຕົາໂຮມຄວາມສາມັກຄີພະນັກງານ ແລະ ປະຊາຊົນ, ເປັນແບບຢ່າງນໍາພາທັງປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ, ລູກຫຼານເຂົ້າຮ່ວມໃນວຽກງານເສຍພັນທະພາສີ ແລະ ອາກອນໃຫ້ລັດ ແລະ ເປັນການປະຕິບັດສິດ, ພັນທະຂອງຕົນຕໍ່ປະເທດຊາດ ເວົ້າລວມ, ເວົ້າສະເພາະຕໍ່ແຂວງອຸດົມໄຊ ເຮັດໃຫ້ເສດຖະກິດພາຍໃນແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັ້ນຄົງ, ເພື່ອຊ່ວຍລັດໃນການຈັດເກັບງົບປະມານເຂົ້າລັດໃຫ້ໄດ້ຫຼາຍ ແລະ ທັງເປັນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.
ບກ: ສຊ ຈື້ໄຊ
ຂ່າວ-ພາບ: ສຸກສໍາລານ
info@lfnd.org.la | 021 213754 | (856-21) 453191