ສູນກາງແນວລາວສ້າງຊາດ

Lao Front For National Development

ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດແມ່ນໜ້າທີຂອງພົນລະເມືອງລາວ

      ວັນທີ 22 ພຶດສະພາ 2024ນີ້ ທີ ຫ້ອງວ່າການແຂວງອັດຕະປື ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງອັດຕະປື, ພະແນກການເງິນແຂວງ ຈັດກອງປະຊຸມເຜີຍແຜ່ປື້ນຄູມືໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ໂດຍການເປັນປະທານຂອງທ່ານ ນ. ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີ ແນວລາວສ້າງຊາດແຂວງ, ພະແນກການອ້ອມຂ້າງ, ບັນດາຫົວຫົວໜ່ວຍທຸລະກິດ, ຜູ້ປະກອບການ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດແຂວງເຂົ້າຮ່ວມ .
      ທ່ານ ນ. ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ກໍຄືການປະຕິບັດ 2 ວາລະແຫ່ງໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນເຂົ້າສູ່ວຽກຕົວຈິງ.
ໃນກອງປະຊຸມ, ຜູ້ເຂົ້າຮວ່ມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານພາສີ ແລະ ອາກອນ, ຈຸດປະສົງໂຄສະນາ, ຊຸກຍູ້, ປຸກລະດົມຂົນຂວາຍ ນັກທຸລະກິດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ປະກອບການຄັ້ງນີ້ແມ່ນເພື່ອໃຫ້ມີຄວາມຕື່ນຕົວປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດຢ່າງຄົບຖ້ວນ ຕາມລະບຽບກົດ ໝາຍວາງອອກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ,ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ.
      ໃນພິທີ, ທ່ານ ນ. ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່ງທ່ານກ່ວາວ່າ: ການເສຍພັນທະພາສີ-ອາກອນໃຫ້ລັດແມ່ນພັນທະຂອງຜົນລະເມືອງລາວທຸກຄົນທີ່ສະແດງເຖິງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ສະນັ້ນ, ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຕ້ອງມີພັນທະປະກອບສວ່ນເສຍພາສີ-ອາກອນປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ, ທັງເປັນການແກ້ໄຂບັນຫາການຮົ່ວໄຫຼຂອງລາຍຮັບ, ການລັກລອບພາສີ-ອາກອນ; ພົນລະເມືອງລາວທຸກຄົນມີໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ພາຍຫຼັງສໍາເລັດການເຜີຍແຜ່ຄັ້ງນີ້ແລ້ວ ມອບໃຫ້ແນວລາວສ້າງຊາດແຂວງປະສານສົມທົບກັບພະແນກການເງິນແຂວງ, ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເຜີຍແຜ່ໃຫ້ບັນດາເມືອງ ເພື່ອຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ, ຊາວຄ້າ-ຂາຍ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ການເສຍພາສີ-ອາກອນໃຫ້ລັດ. ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ຊາວຄ້າ-ຂາຍ, ກໍາມະການແນວລາວສ້າງຊາດແຂວງຈົ່ງໃຫ້ຄວາມຮ່ວມມື ແລະ ຊ່ວຍເປັນກະບອກສຽງປຸກລະດົມປະຊາຊົນລາວບັນດາເຜົ່າ, ຫົວໜ່ວຍທຸລະກິດປະເພດຕ່າງໆ ແລະ ຜູ້ປະກອບການຈົ່ງ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນບຸຕາມລະດັບຄາດໝາຍ. ຫຼັງຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມພົບປະບໍລິສັດ ທາໂກ ເພື່ອເປັນການຊຸກຍູ້, ແລກປ່ຽນວຽກງານດ້ານການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ແນໃສ່ເຮັດໃຫ້ດ້ານເສດຖະກິດ ການເງິນ ຂອງລັດນັບມືແຂງແຮງຂຶ້ນເປັນກ້າວໆ.
 
info@lfnd.org.la | 021 213754 | (856-21) 453191