ສູນກາງແນວລາວສ້າງຊາດ

Lao Front For National Development

ການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດແມ່ນຮັກຊາດ

     ສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຂວງ ຮ່ວມກັບພະແນກການເງິນ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນໃຫ້ລັດຂຶ້ນ ໃນວັນທີ 24 ພຶດສະພາ 2024 ຢູ່ທີ່ສະໂມສອນຂອງຫ້ອງວ່າການປົກຄອງເມືອງບຸນເໜືອ ໂດຍການເປັນປະທານຮ່ວມຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງໆ ຜົ້ງສາລີ ຜູ້ຊີ້ນໍາວຽກງານເສດຖະກິດ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ, ຜຸ້ປະກອບການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນເອກະສານທີ່ສຳຄັນຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະ ກົດໝາຍຂົງເຂດສ່ວຍສາອາກອນ, ການສຳລະພາສີ-ອາກອນຜ່ານລະບົບທະນາຄານພັດທະນາລາວ ແລະ ເອກະສານປະເທດລາວຄົນລາວເປັນເຈົ້າຂອງ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດເຫັນ, ຖາມ-ຕອບຂໍ້ຂ້ອງໃຈ ກ່ຽວກັບວຽກງານພາສີ-ອາກອນ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວຢ່າງເລິກເຊິ່ງ.
      ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນສັງລວມ ແລະ ເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕ່ລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ, ສຶກສາອົບຮົມປຸກລະດົມໃຫ້ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ກໍ່ຄືພົນລະເມືອງລາວທຸກຄົນ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ເປັນຕົ້ນ ແມ່ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ພ້ອມກັນເປັນເຈົ້າການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ, ສືບຕໍ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
      ຫຼັງຈາກນັ້ນ, ທ່ານຮອງປະທານ ສນຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຫົວໜ່ວຍທຸລະກິດ ກ່ຽວກັບວຽກງານໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ຢູ່ຮ້ານ ສຸລິນທອງ ຂາຍເຄື່ອງກໍ່ສ້າງ, ບໍລິສັດ ທ້າວວູວັນເຍື້ອງ ແລະ ໂຮງຮຽນລາວ-ຈີນ ລຽວຈົ່ງຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191