ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງຜົ້ງສາລີ

      ໃນວັນທີ 27 ພຶດສະພາ 2024 ນີ້, ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານ ຂອງແນວລາວສ້າງຊາດ ຢູ່ແຂວງຜົ້ງສາລີ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ທອງສະຫວັນ ທຳມະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ ພ້ອມດ້ວຍບັນດາທ່ານຮອງປະທານ ແນວລາວສ້າງຊາດແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
       ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຂອງຄະນະນຳແຂວງຜົ້ງສາລີ ແລະ ທ່ານ ໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍ ຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນເດືອນມີນາ ທີ່ຜ່ານມາ ແລະ ໄດ້ແລກປ່ຽນປຶກສາຫາລືກ່ຽວກັບການສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ຂອງແນວລາວສ້າງຊາດ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ, ການສົ່ງເສີມດ້ານການຜະລິດກະສິກໍາເປັນສິນຄ້າ, ການທ່ອງທ່ຽວ ແລະ ການບໍລິການ ເພື່ອສ້າງແຫລ່ງລາຍຮັບທີ່ໝັ້ນຄົງ ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ພ້ອມກັນນີ້, ບັນດາພະແນກການທີ່ກ່ຽວຂ້ອງ ກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
       ທ່ານຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ໄດ້ຮຽກຮ້ອງໃຫ້ແນວລາວສ້າງຊາດແຂວງ ສົມທົບກັບພະແນກການທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານການພົວພັນຮ່ວມມື ກັບຕ່າງປະເທດ ຢ່າງແຂງແຮງ; ສືບຕໍ່ຊຸກຍູ້ສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ຂອງແນວລາວສ້າງຊາດ ຢູ່ແຂວງຜົ້ງສາລີ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ສົ່ງເສີມໂຄງການຮ່ວມມືພັດທະນາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຂອງປະຊາຊົນທີ່ອາໄສຢູ່ຕາມລຽບຊາຍແດນ. ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳ ການ ພ້ອມຄະນະກໍໄດ້ລົງໄປພົບປະຢ້ຽມຢາມ ບໍລິສັດ ການປູກວັດຖຸດິບນ້ຳຕານ ຈົ່ງຢູນ ເມືອງຫລ້າ ຈຳກັດ ແລະ ຮ້ານຂາຍຜະລິດຕະພັນໂອດອບ ຂອງແຂວງ.
 
info@lfnd.org.la | 021 213754 | (856-21) 453191