ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ

     ວັນທີ 28 ພຶດສະພາ 2024 ນີ້ ທີ່ ສູນກາງແນວລາວສ້າງຊາດ ໄດ້ມີພິພົບປະລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ຝ່າຍລາວນຳໂດຍ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ຝ່າຍຫວຽດນາມ ນຳໂດຍ ທ່ານ ອີທົງ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
     ໃນພິທີພົບປະຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ກັນ ແລະ ກັນຊາບ ພ້ອມທັງທົບທວນຄືນບົດບັນທຶກຮ່ວມມືທີ່ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ນະຄະກຳມະການຊົນເຜົ່າ ສສ ຫວຽດນາມ ໄດ້ເຊັນໄລຍະຜ່ານມາ ເຊິ່ງທ່ານ ຄຳໄຫຼ ສີປະເສິດ ໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານ ອີທົງ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ-ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້.
      ທ່ານຮອງຫົວໜ້າຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ທີ່ໄດ້ເສຍລະຫຼະອັນມີຄ່າມາຕ້ອນຄະນະໃນຄັ້ງນີ້ ແລະ ທ່ານໄດ້ຍົກໃຫ້ເຫັນຜົນສຳເລັດບາງວຽກງານທີ່ໄດ້ເຊັນບົດບັນທຶນຮ່ວມໄລຍະຜ່ານມາ ແລະ ບາງວຽກທີ່ຍັງຄົງຄ້າງເພື່ອຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືບາງວຽກງານຈຸດສຸມທີ່ຈະສືບຕໍ່ຈັດຕັ້ງປະຕິບັດຮ່ວມໃນຕໍ່ໜ້າເຊິ່ງເປັນຕົ້ນແມ່ນສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນວີຊາການ, ສືບຕໍ່ສະໜັບສະໜູນຝຶກອົບຮົມວຽກງານຊົນເຜົ່າໃຫ້ພະນັກງານ ຂອງແນວລາວສ້າງຊາດ; ສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງ ສອງພັກ ສອງລັດ ກໍ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ນັບມື້ເຂົ້າສູ່ລວງເລີກ.
 
info@lfnd.org.la | 021 213754 | (856-21) 453191