ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງ ປະທານ ຊຸກຍູ້ວຽກງານແນວລາວສ້າງຢູ່ແຂວງ ຫຼວງນໍ້າທາ

     ໃນວັນທີ 28 ພຶດສະພາ ນີ້, ທີ່ຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບ ຂອງ ທ່ານ ເຈົ້າແຂວງໃນຄັ້ງນີ້ ແລະ ລາຍງານຈຸດປະສົງໃນການມາເຮັດວຽກ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ. ຈາກນັ້ນ, ທ່ານເຈົ້າແຂວງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້.
     ຫຼັງຈາກນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ພົບປະໂອ້ລົມ ໂດຍມີທ່ານ ບຸນມີ ໄລປະເສີດ ປະທານແນວລາວສ້າງຊາດແຂວງ ມີກຳມະການສູນກາງແນວລາວສ້າງຊາດ ປະຈໍາແຂວງ, ມີກໍາມະການແນວລາວສ້າງຊາດແຂວງ, ບັນດາຫົວໜ້າ, ຮອງຫົວໜ້າ ແລະ ພະນັກ ງານ-ລັດຖະກອນ ຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານຜົນງານການເຄື່ອນໄຫວຽກງານຂອງແນວລາວສ້າງຊາດໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນວຽກງານສາສະໜາ ແລະ ວຽກງານໂຄສະນາ ໃນໄລຍະທີ່ຜ່ານມາ.
      ຕອນທ້າຍ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ແນວລາວສ້າງຊາດແຂວງຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນທ່ານ ຮອງປະທານຍັງໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງແນວລາວສ້າງຊາດ ໃນການປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ,ບັນດາສາສະໜາຮັກສາໄດ້ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ; ເອົາໃຈໃສ່ດ້ານບຸກຄະລາກອນ ເພື່ອຍົກສູງບົດບາດ ແລະ ເພີ່ມທະວີຄວາມສາມາດໃນການນໍາພາຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງສ້າງໄດ້ການຫັນປ່ຽນໃໝ່ຢ່າງແຂງແຮງ,ເພື່ອເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຕາມພາລະບົດບາດຂອງຕົນນັບມື້ນັບສູງຂຶ້ນ; ເອົາໃຈໃສ່ວຽກງານໂຄສະນາ-ຂະບວນການ,ວຽກງານສາສະໜາ ເຫັນໄດ້ມູນເຊື້ອແຕ່ລະໄລຍະຂອງແນວລາວສ້າງຊາດ, ຜົນງານທີ່ພົ້ນເດັ່ນ, ວຽກດີຄົນເດັ່ນ ແລະ ເອົາໃຈໃສ່ດ້ານເນື້ອໃນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໄລຍະ 5 ປີ ຜ່ານມາໃຫ້ແທດເໝາະຕົວຈິງ ແລະ ວາງທິດທາງໃນຕໍ່ໜ້າ; ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ, ພະນັກງານແນວລາວສ້າງຊາດແຕ່ລະຂັ້ນ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໂດຍເອົາໃຈ ໃສ່ 9 ເນື້ອໃນຂໍ້ແຂ່ງຂັນ ຂອງແນວລາວສ້າງຊາດ ທີ່ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນບົດຮຽນ, ແລກປ່ຽນຄໍາຄິດຄໍາເຫັນ, ບັນຫາຕ່າງໆທີ່ມີຄວາມສົນໃຈ ເພື່ອປຶກສາຫາລື ຊອກຫາວິທີທາງແກ້ໄຂຊ່ວຍກັນຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191