ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດເຊື່ອມຊືມເອກະສານກ່ຽວກັບວຽກງານກວດກາ ແລະ ສະຫຼຸບວຽກງານກວດກາຂອງຄະນະກວດກາ ສນຊ

     ວັນທີ 6 ມິຖຸນາ 2024 ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງ ປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023, ສະຫຼຸບວຽກງານກວດກາຂອງຄະນະກວດກາ ສູນກາງແນວ ລາວສ້າງຊາດ ແລະ ວຽກງານຂອງຄະນະທີປຶກສາວຽກງານຍຸຕິທຳ ແລະ ກົດໝາຍ ໂດຍການເປັນປະທານຂອງ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີບັນດາສະຫາຍ ຮອງປະທານ ສນຊ, ຫົວໜ້າກົມ, ຫົວໜ້າຫ້ອງການ ພ້ອມດ້ວຍສະມາຊິກພັກພະນັກງານ-ລັດຖະກອນ ຂອງ ສນຊ ເຂົ້າຮ່ວມ.
      ໃນກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາຂອງຄະນະກວດກາສູນກາງແນວລາວສ້າງຊາດ ສະເໜີໂດຍ ສະຫາຍ ນ. ໄກສອນ ຂະຫຍອງເອກ ຮອງຫົວໜ້າກົມກວດກາ, ສະຫຼຸບວຽກງານຂອງ ຄະນະທີ່ປຶກສາວຽກງານຍຸຕິທຳ ແລະ ກົດໝາຍ ສະເໜີໂດຍ ສະຫາຍ ສາຍທອງ ແກ້ວດວງດີ ຫົວໜ້າຄະນະທີ່ປຶກສາ ວຽກງານຍຸຕິທຳ ແລະ ກົດໝາຍ ພ້ອມທັງໄດ້ເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມກວດ ກາທົ່ວປະເທດ ປະຈຳປີ 2023 ຂອງຄະນະກວດກາສູນກາງພັກຈຳນວນ 4 ເອກະສານຄື: ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ, ຄຳແນະນຳ ຂອງຄະນະກວດກາສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດ ການເມືອງ ທ້າຍສະໄໝຂອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳແນະນໍາ ຂອງຄະນະກວດກາສູນກາງພັກ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ, ອົງການກວດກາລັດແຕ່ລະຂັ້ນ ແລະ ຄຳແນະນໍາ ຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ). ຈາກນີ້ ບັນດາທ່ານໄດ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄໍາເຫັນຕໍ່ການສະຫຼຸບຕີລາຄາການວຽກງານກວດ ກາຂອງຄະນະກວດກາສູນກາງແນວລາວສ້າງຊາດ ແລະ ບັນດາການິຕິກຳດັ່ງກ່າວໃຫ້ມີຄວາມເຂົ້າໃຈ, ກຳໄດ້ຢ່າງເລີກ ເຊິ່ງ. ຫຼັງຈາກນີ້, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກ ງານ ສນຊ ອອກພັກຜ່ອນຮັບອຸດໜູນບໍານານ ຈຳນວນ 3 ທ່ານ. ສະຫາຍ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກວດກາ ສນຊ ແລະ ຄະນະທີ່ປຶກສາວຽກງານຍຸຕິທຳ ແລະ ກົດໝາຍ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາເຊິ່ງມີຜົນສຳເລັດຫຼາຍດ້ານ ແລະ ສະຫາຍ ໄດ້ຍົກໃຫ້ຮູ້ວ່າ: ວຽກງານຕິດຕາມ-ກວດກາ ເປັນວຽກໜຶ່ງທີ່ສຳຄັນໃນທຸກຂົງເຂດວຽກງານ ເຊິ່ງວຽກງານໃດມີ ການຕິດຕາມ-ກວດກາ ແມ່ນວຽກນັ້ນມີການນຳພາ ສະນັ້ນ, ໃຫ້ຄະນະກວດກາ ກໍ່ຄືພະນັກງານ-ລັດຖະກອນ ຂອງ ສູນກາງແນວລາວສ້າງຊາດຈົ່ງເຊື່ອມຊືມກຳແໜ້ນນິຕິກຳດັ່ງກ່າວນີ້ໃຫ້ເລີກເຊິ່ງເພື່ອນຳໄປຈັດຕັ້ງປະຕິບັດວຽກທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີເວົ້າລວມ ເວົ້າສະເພາະແມ່ນຄະນະກວດກາ ສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມ ຮູ້ຄວາມສາມາດໃນການລົງຕິດຕາມ-ກວດກາ, ເອົາໃຈໃສ່ຜົນການກວດກາ, ແກ້ໄຂໃຫ້ທັນການ, ທັນເວລາ, ຍຸຕິທຳ ເພື່ອເຜີຍແຜ່ໂດຍຜ່ານສື່ຕ່າງໆໃຫ້ສັງຄົມຮັບຮູ້ຢ່າງຈະແຈ້ງ ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດການັບມື້ແຂງແຮງ ເປັນກ້າວໆຂຶ້ນ.
ບກ: ກົງແກ້ວ
ຂ່າວ-ພາບ: ລລ
info@lfnd.org.la | 021 213754 | (856-21) 453191