ສູນກາງແນວລາວສ້າງຊາດ

Lao Front For National Development

ຫວນຄືນມູນເຊື້ອ 3 ວັນສໍາຄັນປະຫວັດສາດ

     ວັນທີ 7 ມິຖຸນາ 2024 ນີ້, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 65 ປີ, ວັນແຫກຄຸກໂພນເຄັງຢ່າງມະຫັດສະຈັນຂອງຜູ້ນຳພັກ-ແນວລາວຮັກຊາດ ຄົບຮອບ 64 ປີ ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ທີ່ ສນຊ; ເປັນກຽດເຂົ້າຮ່ວມມີທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສນຊ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສນຊ, ມີບັນດາທ່ານ ຮອງປະທານ ສນຊ, ກໍາມະການ ສນຊ, ຄະນະກົມ, ຄະນະທີ່ປຶກສາ, ຕາງໜ້າສະມາຄົມ, ມູນນິທິ, ສາສະໜາຕ່າງໆ ແລະ ພະນັກງານຂອງ ສນຊ ທັງໝົດເຂົ້າຮ່ວມ.
      ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມພິມຮູບເງົາສັ້ນ 3 ເລື່ອງດັ່ງກ່າວດ້ວຍພາບ, ແສງ,ສີ, ສຽງ ຂອງເຫດການຕົວຈິງໃນປະຫວັດສາດ; ຈາກນັ້ນ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍ່ໄດ້ໃຫ້ກຽດຂຶ້ນມີຄໍາເຫັນສັງລວມຫຍໍ້ຕໍ່ກັບຄວາມໝາຍຄວາມສໍາຄັນຂອງ 3 ເຫດການດັ່ງກ່າວເປັນຕົ້ນ: ໄຊຊະນະດຽນບຽນຟູ ໃນວັນທີ 7 ພຶດສະພາ 1954 ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ ຮ່ວມຂຸມຄອງຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍຕົວເອງ, ເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ທັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ເພື່ອລຸກຂຶ້ນຕໍ່ສູ້ໃນໄລຍະນັ້ນ; ຈາກນັ້ນ, ທ່ານກໍ່ໄດ້ຍົກຄວາມໝາຍຄວາມສໍາຄັນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ໃນຄ່ຳຄືນຂອງວັນທີ 18 ພຶດສະພາ 1959 ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາພັກ-ແນວລາວຮັກຊາດ ໃນວັນທີ 24 ພຶດສະພາ 1960 ເຊິ່ງສ່ອງແສງໃຫ້ເຫັນວ່າການນຳພາຂອງພັກຖືກຕ້ອງສະຫຼາດສ່ອງໃສ, ຂະບວນຕໍ່ສູ້ທີ່ເປັນທຳ, ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາ ແລະ ປະຊາຊົນລາວບັນດາເຜົ່າທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນປັດໄຈພື້ນຖານ ແລະ ສາເຫດທີ່ເຮັດໃຫ້ການຜ່າວົງປິດລ້ອມຂອງກອງພັນທີ່ 2 ແລະ ການໂຕນຄຸກຢ່າງມະຫັດຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ໄລຍະນັ້ນໄດ້ຮັບໄຊຊະນະ ຫຼື ສໍາເລັດຕາມແຜນການທີ່ວາງໄວ້.
ບກ: ພ.ບຸບຜາ
ຂ່າວ+ພາບ: ສຸວັນລີ
info@lfnd.org.la | 021 213754 | (856-21) 453191