ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ຢ້ຽມຢາມພົບປະ ທ່ານ ເຈົ້າແຂວງຫົວພັນ

     ວັນທີ 11 ມິຖຸນາ 2024 ທີ່ຫ້ອງວ່າການແຂວງຫົວພັນ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ຢ້ຽມຢາມພົບປະ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ.
     ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ແຈ້ງຈຸດປະສົງການລົງມາເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ ແລະໄດ້ປຶກສາຫາລືບາງວຽກງານທີ່ສຳຄັນຈໍານວນໜຶ່ງຕື່ມ. ທ່ານ ເຈົ້າແຂວງໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້ ແລະ ທ່ານເຈົ້າແຂວງໄດ້ລາຍງານໃຫ້ຮູ້ບາງວຽກງານຈຸດສຸມ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າໃຫ້ຄະນະຮັບຊາບ ພ້ອມກັນນີ້, ທ່ານໄດ້ຍົກໃຫ້ເຫັນຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າຂອງແຂວງເຊິ່ງເຫັນວ່າມີແນວຄິດອຸ່ນອ່ຽງທຸ່ນທ່ຽນໂດຍພື້ນຖານ.
info@lfnd.org.la | 021 213754 | (856-21) 453191