ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ຊຸກຍູ້ວຽກງານ ພັນທະເສຍພາສີ-ອາກອນໃຫ້ລັດ ຢູ່ນະຄອນຫຼວງວຽງຈັນ

     ແນວລາວສ້າງຊາດນະຄອນຫຼວງວຽງຈັນ ຮ່ວມ ກັບ ພະແນກການເງິນນະຄອນຫຼວງ ໄດ້ຈັດກອງປະຊຸມເຜີຍແຜ່ປື້ນຄູ່ມືໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ເຊິ່ງເປັນວຽກໜຶ່ງທີ່ສຳຄັນຂອງພັກ-ລັດ ໃນການເຮັດວຽກງານການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ຜູ້ປະກອບການ-ຫົວໜ່ວຍທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ຕື່ມ ແລະ ມີຄວາມເປັນເຈົ້າການ ຕື່ນຕົວປະຕິບັດລະບຽບກົດໝາຍ. ໂດຍການເປັນປະທານຮ່ວມ ຂອງທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຖະໜອມ ທໍາທອງ ກໍາມະການປະຈຳພັກນະຄອນຫຼວງ ວຽງຈັນ , ປະທານແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ ມີບັນດາທ່ານ ກໍາມະການສູນກາງແນວລາວສ້າງຊາດ ປະຈໍານະຄອນຫຼວງ, ພະນັກງານແນວລາວສ້າງຊາດ, ພະແນກການອ້ອມຂ້າງນະຄອນຫຼວງ, ບັນດາຫົວຫົວໜ່ວຍທຸລະກິດ, ຜູ້ປະກອບການ ເຂົ້າຮ່ວມ ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງ ວຽງຈັນ, ວັນທີ 13 ມິຖຸນາ 2024 ນີ້.
     ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ເພື່ອສ້າງຄວາມຮັບຮູ້ ແລະ ເປັນເອກະພາບກັນຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບເນື້ອໃນທີ່ຈະນຳໄປໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍປະຊາຊົນ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ແລະ ປະຊາຊົນໃຫ້ເປັນເຈົ້າການ ໃນການປະຕິບັດພັນທະເສຍພາສີ ແລະ ມອບພັນທະອາກອນປະເພດຕ່າງໆ ໃຫ້ຄົບຖ້ວນ ຕາມລະບຽບການເກັບລາຍໄດ້ຂັ້ນຕ່າງໆ ເຂົ້າລັດໃຫ້ເພີ່ມຂື້ນ, ແນໃສ່ແກ້ໄຂບັນຫາການຮົ່ວໄຫຼ, ການລັກລອບບໍ່ເສຍພາສີ ແລະ ມອບພັນທະອາກອນ ຫຼື ຫຼີກລ້ຽງພາສີອາກອນ ລວມເຖິງສິນຄ້າເກືອດຫ້າມ ແລະ ອື່ນໆ. ການຈັດຕັ້ງກອງປະຊຸມເຜີຍແຜ່ວຽກງານດັ່ງກ່າວ, ຜູ້ເຂົ້າຮ່ວມຈະສາມາດຮັບຮູ້ ແລະ ເຂົ້າໃຈໄດ້ຕໍ່ເນື້ອໃນທີ່ຈະນຳເອົາໄປຜັນຂະຫຍາຍຢູ່ຂັ້ນຂອງຕົນຫລາຍຂື້ນ, ທັງມີຄວາມເປັນເອກະພາບກັນທາງດ້ານເນື້ອໃນ ແລະ ຮູບການຈັດຕັ້ງປະຕິບັດກິດຈະກຳ, ສາມາດນຳໄປຜັນຂະຫຍາຍຢູ່ຂັ້ນເມືອງ ແລະ ຂັ້ນບ້ານ.
     ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ວຽກງານພາສີ ແລະ ວຽກງານອາກອນ ເປັນວຽກງານໜຶ່ງທີ່ຕິດພັນກັບ 2 ວາລະແຫ່ງຊາດ ໂດຍສະເພາະ ວາລະແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ການປະກອບສ່ວນປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ຂະບວນການ “ສ້າງເມືອງ, ບ້ານ ແລະ ຄອບຄົວສາມັກຄີປອງດອງ”, “ຮັກບ້ານເກີດ”, “ພັດທະນາຊົນນະບົດໃໝ່ ແລະ ບ້ານພັດທະນາຢູ່ໃນບ້ານຂອງຕົນ”, “ຄົນລາວຜະລິດ-ຊື້ສິນຄ້າລາວ”, “ຕ້ານຢາເສບຕິດ”, “ພົນລະເມືອງດີ”, “ນັກທຸລະກິດດີເດັ່ນ” ແລະ “4 ເສີມສ້າງຂອງແນວລາວສ້າງຊາດ”.  ໃນໂອກາດນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ມອບເງິນ ຈໍານວນ 228 ລ້ານກີບ ເພື່ອຊຸກຍູ້ວຽກງານດັ່ງກ່າວ ໃນຂັ້ນເມືອງ, ຂັ້ນບ້ານ ນອກຈາກນັ້ນ, ຄະນະຍັງໄດ້ລົງຢ້ຽມຢາມຜູ້ປະກອບການທີ່ມີຜົນງານດີເດັ່ນໃນການເສຍພັນທະພາສີ ແລະ ອາກອນໃຫ້ລັດ ເຊັ່ນ: ບໍລິສັດ ອີຊູຊູ ຈໍາປາລາວ ຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191