ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015

     ອະນຸກໍາມະການປັບປຸງລັດຖະທຳມະນູນ ຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 ຂຶ້ນໃນວັນທີ 20 ມິຖຸນາ 2024 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ); ມີທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານການນຳ ແລະພະນັກງານຫຼັກແຫຼ່ງຕາງໜ້າຈາກກະຊວງ-ອົງການ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນປີ 2015 ເຂົ້າຮ່ວມ.
     ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມແມ່ນແນໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ,​ ປັບປຸງເນື້ອໃນຂອງລັດຖະທໍາມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ,​ ຮັດກຸມ ແລະ ສາມາດປະຕິບັດໄດ້.
     ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນສະ ບັບປີ 2015 ແລະ ຮັບຟັງການປະກອບຄຳເຫັນຄຳເຫັນຈາກບັນດາທ່ານຕາງໜ້າຈາກບັນດາກະຊວງ-ອົງການຕ່າງໆ ຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191