ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ເມືອງວັງວຽງ ແຂວງວຽງຈັນ

      ວັນທີ 25 ມິຖຸນາ 2024 ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະແນວລາວສ້າງຊາດເມືອງວັງວຽງ ແຂວງວຽງຈັນ ຊຶ່ງມີ ທ່ານເຈົ້າແຂວງໆວຽງຈັນ, ປະທານແນວລາວສ້າງຊາດແຂວງວຽງຈັນ, ພະນັກງານຫຼັກແຫຼ່ງເມືອງວັງວຽງ, ກໍາມະການແນວລາວສ້າງຊາດເມືອງ ແລະ ແນວລາວສ້າງຊາດເມືອງວັງວຽງ ເຂົ້າຮ່ວມ ທີ່ສະໂມສອນເມືອງວັງວຽງ.
      ທ່ານ ບຸນຈັນ ມາລາວົງ, ເລຂາພັກເມືອງ, ເຈົ້າເມືອງໆວັງວຽງ ໄດ້ກ່າວຕ້ອນຮັບ ແລະ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງໂດຍຫຍໍ້ ເປັນຕົ້ນແມ່ນປະຊາຊົນສ່ວນໃຫຍ່ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານວຽກງານ ປກຊ-ປກສ ແມ່ນຮັກສາໄດ້ຄວາມສະຫງົບໂດຍພື້ນຖານ. ພ້ອມກັນນີ້, ທ່ານ ສີສຸພັນ ວັດທະນາວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງວັງວຽງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດຂອງເມືອງ ຊຶ່ງຄະນະກຳມະການແນວລາວສ້າງຊາດເມືອງວັງວຽງໄດ້ເອົາໃຈໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊາຊົນລາວບັນດາເຜົ່າ, ບັນດາສາສະໜາ, ຊັ້ນຄົນ-ການຈັດສັງຄົມ ແລະ ເພດ-ໄວ ຢູ່ເມືອງວັງວຽງ, ຖືສຳຄັນຜູ້ຊົງຄຸນວຸດທິບັນດາເຜົ່າເພື່ອເປັນກຳລັງແຮງໃນການປຸກລະດົມປະຊາຊົນຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ກໍ່ຄືມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງວັງວຽງ ຄັ້ງທີ VII ຊຶ່ງສາມາດປະກາດຮັບຮອງເມືອງວັງວຽງເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ.
     ທີ່ກອງປະຊຸມໄດ້ແລກປ່ຽນຄວາມເຫັນຈາກທ່ານເຈົ້້າແຂວງ, ບັນທ່ານຮອງປະທານ ສນຊ, ກໍາມະການ ສນຊ, ທີ່ປຶກສາ, ຄູ່ຮ່ວມງານ ແລະ ຄະນະກົມ ຢ່າງກົງໄປກົງມາ ເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ, ບົດບາດຂອງວຽກງານແນວລາວສ້າງຊາດ, ວຽກຄົນເຊື້ອຊາດລາວຢູ່ຕ່າງປະເທດ, ວຽກຊັ້ນຄົນ-ການຈັດຕັ້ງສັງຄົມ, ວຽກເຜົ່າ, ວຽກທ່ອງທ່ຽວ (ຄວາມສະອາດເປັນໃຈກາງ), ການສ້າງຜະລິດຕະພັນພາຍໃນເມືອງ ແລະ ວຽກງານອື່ນໆ.
ໂອກາດດັ່ງກ່າວ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມີຄວາມເຫັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ວຽກງານແນວລາວສ້າງຊາດເມືອງວັງວຽງ:
+ ຊົມເຊີຍຕໍ່ບັນດາຜົນງານທີ່ຄະນະນໍາເມືອງວັງວຽງຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ;
+ ສືບຕໍ່ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີ “ແນວລາວສ້າງຊາດຢູ່ບ່ອນໃດຕ້ອງສ້າງຄວາມສາມັກຄີຢູ່ບ່ອນນັ້ນ”;
+ ປຸກລະດົມຂົນຂວາຍເຕົ້າໂຮມກໍາລັງແຮງຂອງປວງຊົນລາວທັງຊາດ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພ້ອມທັງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳ.
+ ພ້ອມກັນຈັດຕັ້ງປະຕິບັດ 4 ການຫັນປ່ຽນຂອງແນວລາວສ້າງຊາດ, ມະຕິ 55 ກ່ຽວກັບວຽກງານການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດໃນໄລຍະໃໝ່, ມະຕິ 04 ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ມະຕິອື່ນໆ…
+ ພະນັກງານແນວລາວສ້າງຊາດໃນໄລຍະໃໝ່ ຕ້ອງມີ 4 ເສີມສ້າງ ຄື: ເສີມສ້າງຄຸນງາມ ຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ.
      ນອກຈາກນັ້ນ, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຊົມໂຄງການພັດທະນາບໍ່ຖ່ານຫີນຂອງບໍລິສັດ ເຟີສ ປາຊີຟິກ ຈໍາກັດ ແລະ ໂຄງການພັດທະນາສວນສາທິດ ອຸດສາຫະກໍາການທ່ອງທ່ຽວວັດທະນະທໍາຂອງເມືອງວັງວຽງ ອີກດ້ວຍ.
ບກ: ແພງພັນ
ພາບ-ຂ່າວ: ເລົ່າລໍ່
 
info@lfnd.org.la | 021 213754 | (856-21) 453191