ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມ ສຸດຍອດວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທີ II

      ທ່ານ ດຣ ນ. ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມ ສຸດຍອດວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທີ II ພາຍໃຕ້ຫົວຂໍ້ “ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ຜູ້ຕາງໜ້າ ອົງການອຸຍນີເຊັບ ປະ ຈຳລາວ, ຜູ້ຕາງໜ້າຂອງຫ້ອງການທະນາຄານໂລກ, ມີຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດ ປະເທດເພື່ອນມິດ ປະຈຳ ລາວ, ບັນດາເຈົ້າ ແຂວງ -ຮອງເຈົ້າແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບ ຍຸດທະສາດໃນການປັບປຸງໂພຊະນາການ ແລະ ການລົງທຶນໃນອະນາຄົດຂອງປະເທດ.
      ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນຢ່າງຍິ່ງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ຊຶ່ງບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພັດທະນາຊັບສິນດ້ານມະນຸດ ໃນໄລຍະຜ່ານມາ ແລະ ຊອກຫາທິດທາງ, ວິທີການ ແລະ ມາດຕະການເພື່ອປັບ ປຸງໃນຕໍ່ໜ້າ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ. ພ້ອມນີ້, ໄດ້ສຸມໃສ່ວຽກງານໂພຊະນາການ ຊຶ່ງເປັນວຽກງານທີ່ຕິດພັນກັບທຸກພາກສ່ວນໃນສັງຄົມ ແລະ ເປັນວຽກທີ່ທົ່ວໂລກ ລວມທັງ ສປປ ລາວ ໃຫ້ຄວາມສໍາຄັນ.
info@lfnd.org.la | 021 213754 | (856-21) 453191