ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີໃສ່ບາດ ຢູ່ຫໍທັມມະສະພາ

ໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2024 ທີ່ຫໍທັມມະສະພາ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມພິທີໃສ່ບາດ ໃນງານບຸນສູດຊໍາລະເສີມປາຣະມີ ເພື່ອຄວາມເປັນສີຣິມຸງຄຸນ ໃຫ້ແກ່ປະເທດຊາດ ຕາມຮີດຄອງປະເພນີລາວ; ໂດຍມີທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ; ມີພະສົງ-ສຳມະເນນ, ມີການນຳພັກ-ລັດ ແລະ ຄອບຄົວການນຳ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງພ້ອມພຽງ.

info@lfnd.org.la | 021 213754 | (856-21) 453191