ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ

ໃນວັນທີ 10 ກໍລະກົດ 2024 ທີ່ສູນກາງແນວລາວສ້າງຊາດ; ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ນ. Heather Roach Variava ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈຳຢູ່ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ.

ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມລິກາ, ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ທ່ານເອກອັກຄະລັດຖະທູດ ໄດ້ຮັບຊາບ  ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳຢູ່ ສປປ ລາວ ຂອງທ່ານ ນ. Heather Roach Variava ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ລາວ-ອາເມລິການ ໃຫ້ນັບມື້ກວ້າງຂວາງ ແລະ ເລີກເຊິ່ງຂຶ້ນເລື້ອຍໆ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ ທ່ານປະທານສູນກາງແນວລາວສ້າງຊາດ ທີ່ໄດ້ຮັບຄະນະຢ່າງອົບອຸ່ນ ໃນຄັ້ງນີ້.

ພ້ອມກັນນີ້, ທັງສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນກ່ຽວກັບບາງວຽກງານທີ່ໄດ້ຈັດຕັ້ງປະຕິບັດສຳເລັດໃນໄລຍະຜ່ານມາ ແລະ ບາງວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານການຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ ສປປ ລາວ, ວຽກງານສາສະໜາ ແລະ ວຽກງານຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ເຊິ່ງປະເທດສະຫະລັດອາເມລິກາ ເປັນປະເທດໜຶ່ງທີ່ພີ່ນ້ອງຄົນເຊື້ອຊາດລາວອາໄສຢູ່ເປັນຈຳນວນຫຼາຍ. ສະນັ້ນ, ໃຫ້ຊ່ວຍເຫຼືອກັນສຶກສາອົບຮົມ ປຸກລະດົມ ໃຫ້ເຂົາເຈົ້າກັບມາທ່ອງທ່ຽວ ແລະ ປະກອບທຸລະກິດ ຢູ່ ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຂຶ້ນເລື້ອຍໆ.

ຂ່າວ+ພາບ: ຢຢ
ບກ: ສືເຊັ່ງ
 
info@lfnd.org.la | 021 213754 | (856-21) 453191